ຊຸດອົບຮົມກ່ຽກກັບແຜນການ ແລະ ງົບປະມານວຽກຄວາມປອດໄພທາງຫຼວງ ທີ່ແຂວງໄຊຍະບູລີ ໄດ້ຮັບກຽດເປັນເຈົ້າພາບໄດ້ຈັດຂື້ນຢ່າງເປັນທາງການ. ໃນຕອນວັນທີ 31 ຕຸລາ 2017 ທີ່ຫ້ອງປະຊຸມຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງໄຊຍະບູລີ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນທະວີ ໂພທິລັກ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄຊຍະບູລີ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກໂຍທາທິການແລະຂົນສົ່ງ,ຂະແໜງການທີ່ກ່ຽວຂ້ອງຈາກ 10 ແຂວງຄື: ແຂວງໄຊສົມບູນ, ວຽງຈັນ,ໄຊຍະບູລີ, ຫຼວງພະບາງ, ຊຽງຂວາງ, ຫົວພັນ, ອຸດົມໄຊ,ຫຼວງນໍ້າທາ, ບໍ່ແກ້ວ ແລະ ແຂວງຜົ້ງສາລີເຂົ້າຮ່ວມ.
ໃນກອງປະຊຸມທີ່ມີຄວາມໝາຍສໍາຄັນນີ້ ທ່ານ ບຸນທະວີ ໂພທິລັກ ຮອງຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄຊຍະບູລີ ກໍ່ໄດ້ຂື້ນກ່າວ ເປີດຊຸດອົບຮົມກ່ຽວກັບແຜນການ ແລະ ງົບປະມານວຽກຄວາມປອດໄພທາງຫຼວງຢ່າງເປັນທາງການ. ທ່ານໄດ້ກ່າວບາງຕອບວ່າ: ວຽກຄວາມປອດໄພທາງຫຼວງແມ່ນວຽກງານທີ່ສຳຄັນອັນໜຶ່ງລະດັບຊາດ ແລະ ລະດັບທອງຖີ່ນບັນດາຂໍ້ມູນ ແລະ ສະຖິຕິອຸປະຕິເຫດມັນເປັນໂຕຊີ້ບອກອັນໜຶ່ງກ່ຽວກັບສະພາບການເມືອງກໍ່ຄືຄວາມສະຫງົບປອດໄພແລະການພັດທະນາເສດຖະກິດສັງຄົມ, ປະຈຸບັນລັດຖະບານກໍ່ໄດ້ໃຫ້ຄວາມສຳຄັນໃນການແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ໂດຍສະເພາະການແກ້ໄຂສະພາບອຸປະຕິເຫດທາງຫຼວງແລະການຈະລາຈອນແອອັດໃນຕົວເມືອງ, ໂດຍໄດ້ສ້າງຕັ້ງອົງການຮັບຜິດຊອບເປັນຕົ້ນ: ຂະແໜງ ປ້ອງກັນຄວາມສະຫງົບ, ການເງິນ, ສຶກສາ, ສາທາ, ວັດທະນະທຳ, ຊາວໜຸ່ມ, ແມ່ຍິງ, ກຳມະບານ, ກາແດງ ແລະ ພາກສ່ວນທຸລະກິດ, ພ້ອມກັນນີ້ກໍ່ໄດ້ສະໜອງງົບປະມານ ໃນການຈັດຕັ້ງປະຕິບັດໂຄງການຕ່າງໆກ່ຽວກັບຄວາມປອດໄພທາງຫຼວງ ເຊັ່ນ: ການໂຄສະນາປູກຈິດສຳນຶກດ້ານຄວາມປອດໄພທາງຫຼວງ, ການໂຄສະນາຄວາມປອດໄພການຂັບຂີ່ລົດຈັກ, ການໃຊ້ຖະໜົນ, ການແກ້ໄຂບາງຈຸດທີ່ມັກເກີດອຸບັດຕິເຫດ, ແກ້ໄຂການຈະລາຈອນແອອັດ ແລະ ການບັງຄັບໃຊ້ລະບຽບກົດ ໝາຍຕ່າງໆ
Editor: ກຳປານາດ ລັດຖະເຮົ້າ