ຕອນເຊົ້າຂອງວັນທີ 31 ຕຸລາ 2017 ຜ່ານມານີ້, ຫ້ອງການແຮງງານ ແລະ ສະຫວັດດີການ ສັງຄົມ ແລະ ຫ້ອງວ່າການປົກຄອງ ເມືອງທ່າແຕງ ນໍາໂດຍ ທ່ານ ສົມເພັດ ເອິດລັດດາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ທ່າແຕງ ພ້ອມຄະນະ ໄດ້ນໍາເອົາສັງກະສີ 20 ແຜນ,ໝໍ້ໜຶ້ງ 1 ໜ່ວຍ,ຄຸ 1 ຄູ່, ໝໍ້ແກງ 1 ໜ່ວຍ, ເສື່ອນອນ 2 ເຄືອ, ມຸ້ງ 2 ດາງ, ສາດ 1 ຜືນ, ຖ້ວຍ 1 ໂຫຼ່, ບ່ວງ 1 ໂຫຼ່, ຜ້າຫົມ 2 ຜືນ, ລວມມູນຄ່າທັງໝົດ 2 ລ້ານກີບ, ໄປມອບໃຫ້ຄອບຄົວຂອ ງທ່ານ ລັດ ມີໄຊ ປະຊາຊົນຢູ່ບ້ານ ທ່າແຕງໄຕ້, ເມືອງທ່າແຕງ, ແຂວງເຊກອງ, ທີ່ຖືກຜົນກະທົບຈາກໄຟໄມ້ເຮືອນ ໃນວັນທີ 11 ຕຸລາ 2017 ຜ່ານມາ, ເພື່ອແກ້ໄຂບັນຫາເບື້ອງຕົ້ນ,ໂດຍແມ່ນ ທ່ານ ສົມເພັດ ເອິດລັດດາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ທ່າແຕງ ເປັນຜູ້ກ່າວມອບ ແລະ ກ່າວຮັບ ແມ່ນ ທ່ານ ນາງ ປຽດ ມີໄຊ ຄອບຄົວຜູ້ຖືກເຄາະຮ້າຍ. ໂດຍມີອົງການຈັດຕັ້ງຂັ້ນເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີ່ພິຍານ.
ທ່ານນາງ ປຽດ ມີໄຊ ຜູ້ເປັນເຈົ້າຂອງເຮືອນ ລາຍງານຂໍ້ມູນເບື້ອງຕົ້ນວ່າ: ສາຍເຫດການເກີດອັກຄີໄພຄັ້ງນີ້ ແມ່ນເນື່ອງມາຈາກ ໄຟຟ້າລັດວົງຈອນ ບວກກັບຄວາມຂາດສະຕິ,ສະພາບດິນຟ້າອາກາດມີລົມພັດແຮງ ເຊິ່ງກໍ່ໃຫ້ເກີດມີກະແສໄຟລຸກລາມຢ່າງກະທັນຫັນ,ເຮັດໃຫ້ດ້ານວັດຖຸສິ່ງຂອງຕ່າງໆ ພ້ອມເຄື່ອງຮັບໃຊ້ຄົວເຮືອນຫຼາຍສົມຄວນໄດ້ສູນເສຍໄປ. ໂອກາດນີ້ ທ່ານ ສົມເພັດ ເອິດລັດດາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ທ່າແຕງ ໄດ້ສະແດງຄວາມເປັນຫ່ວງເປັນຕໍ່ຄອບຄົວທີ່ຖືກຜົນກະທົບຈາກໄຟໄມ້ເຮືອນຄັ້ງນີ້,ພ້ອມທັງໄດ້ຮຽກຮ້ອງໃຫ້ພາກສ່ວນຕ່າງ ແລະ ປະຊາຊົນພາຍໃນບ້ານ ຈົ່ງມີຄວາມສາມັກຄີ,ປຸກລະດົມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ຄອບຄົວຂອງຜູ້ຖືກເຄາະຮ້າຍໄດ້ຮັບການຟື້ນຟູໂດຍໄວ. ປະຈຸບັນຄອບຄົວດັ່ງກ່າວໄດ້ຮັບການຊ່ວຍເຫຼືອເບິ່ງແຍງ ຈາກຍາດຕິພີ່ນ້ອງ, ອົງການຈັດຕັ້ງ ພັກ-ລັດ ເຮັດໃຫ້ຊີວິດການເປັນຢູ່ຄ່ອຍໆເຂົ້າສູ່ສະພາບປົກກະຕິເທື່ອລະກ້າວ.
Editor: ກຳປານາດ ລັດຖະເຮົ້າ