ໃນວັນທີ 31 ຕຸລາ 2017 ນີ້, ບໍລິສັດ ພຣູເດັນໂຊລ໌ ໄດ້ຈັດພິທີມອບລາງວັນໃຫຍ່ ຂື້ນທີ່ສຳນັກງານໃຫຍ່ ທະນາຄານເອຊີລີດາລາວ ນະຄອນຫລວງວຽງຈັນ ເຊິ່ງຜູ້ໂຊກດີ ຈາກໃບສະຫມັກເລກທີ 02489, ທ່ານ ບຸນເຫລື່ມ ສຸກບຸນຊ່ວຍ ຈາກບ້ານສະພັງເມີກ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ເຊີ່ງກາຍເປັນຜູ້ໂຊກດີ ໄດ້ຮັບລາງວັນທີ 1 ລົດເກັງໂຕໂຢຕ້າ ວິອອສ
ໃນພິທີມອບ-ຮັບລາງວັນ ຄັ້ງນີ້ ທ່ານ ອາເລນໄທ ຜູ້ອໍານວຍການໃຫຍ່ ບໍລິສັດ ພຣູເດັນໂຊລ໌ ເປັນຜູ້ມອບລາງວັນ ທີ 1 ແກ່ຜູ້ໂຊກດີ ໂດຍຊ້ອງຫນ້າບັນດາແຂກ, ພະນັກງານ ບໍລິສັດ, ທະນາຄານ ແລະ ສື່ມວນຊົນ ເຂົ້າຮ່ວມ, ຕໍ່ກັບການມອບ-ຮັບ ລາງວັນ ຄັ້ງນີ້ ທ່ານ ອາເລນໄທ ໄດ້ສະແດງຄວາມຍິນດີ ຕໍ່ລູກຄ້າຜູ້ໂຊກດີ ທີ່ໄດ້ຮັບລາງວັນໃຫຍ່ ຄັ້ງນີ້, ແລະ ຍັງສະແດງຄວາມຂອບໃຈ ທີ່ລູກຄ້າ ໄດ້ໃຫ້ຄວາມໄວ້ວາງໃຈ ໃນການສະສົມທຶນ ແລະ ຄຸ້ມຄອງຄອບຄົວ ກັບ ບໍລິສັດ ພຣູເດັນໂຊລ໌
ສຳລັບ ຜູ້ໂຊກດີ ທ່ານ ບຸນເຫລື່ມ ສຸກບຸນຊ່ວຍ ແມ່ນເປັນອາຈານສອນ ທີ່ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍພັນລະຍາ ແມ່ນມີຄວາມຕື້ນຕັນ ແລະ ພາກພູມໃຈຫລາຍ ທີ່ໄດ້ກາຍເປັນຜູ້ໂຊກດີ ໄດ້ລາງວັນໃຫຍ່ ຂາກບໍລິສັດ ພຣູເດັນໂຊລ໌ ເຊີ່ງເປັນຂອງຂວັນຊີ້ນໃຫຍ່ທີ່ສຸດ ໃນຊີວິດ ແລະ ສະແດງຄວາມຂອບໃຈມາຍັງບໍລິສັດ ພຣູເດັນໂຊ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ