ໃນທ້າຍເດືອນຕຸລາ 2017 ທີ່ຜ່ານມາ, ຄະນະຮັບຜິດຊອບ ໂຄງການປະກວດ ລາວ ຊຸບເປີໂມເດວ ໄດ້ຈັດພິທີສະຫລຸບ ຜົນສໍາເລັດຂອງໂຄງການ ຂື້ນທີ່ໂຮງແຮມ ເມືອງແທງ ນະຄອນຫລວງວຽງຈັນ ພາຍໃນງານໂດຍການເຂົ້າຮ່ວມ ມີ ທ່ານ ສາລີ ນັນທະວົງ ຫົວຫນ້າ ຂະແຫນງວັດທະນະທໍາ, ພະແນກ ຖະແຫລງຂ່າວ: ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ, ພ້ອມນີ້ ຍັງມີຕົວແທນຜູ້ໃຫ້ການສະຫນັບສະຫນູນ, ຜູ້ຕາງຫນ້າ, ນາບແບບ-ນາງແບບ ຈາກໂຄງການເຊົ້າຮ່ວມ ຢ່າງພ້ອມພຽງ
ໂຄງການປະກວດ ນາຍແບບ-ນາງແບບ ແລະ ເດັກນ້ອຍຫນ້າຮັກ ແມ່ນໄດ້ຮັບອະນຸຍາດ ແລະ ສະຫນັບສະຫນູນ ຈາກພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ, ພ້ອມດ້ວຍຫລາກຫລາຍພາກສ່ວນທີ່ກ່ຽວຂ້ອງ ເຊີ່ງແນໃສ່ເປີດໂອກາດໃຫ້ຊາວຫນຸ່ມ ແລະ ເດັກນ້ອຍລາວ ໄດ້ຝຶກຝົນ ແລະ ພັດທະນາຕົນເອງ ທາງດ້ານບຸກຄະລິກກະພາບ, ການສະແດງອອກ, ການເດີນແບບ, ຄວາມຮູ້ດ້ານຕ່າງໆ, ທັງເປັນເວທີໃນການສະແດງຄວາມສາມາດ, ກ້າຄິດ, ກ້າສະແດງອອກ ໃຊ້ເວລາຫວ່າງໃຫ້ເກີດປະໂຫຍດ ສອດຄ່ອງກັບຫລັກມູນພື້ນຖານການສຶກສາ ຄື: ສີລະປະສຶກສາ, ປັນຍາສຶກສາ, ແຮງງານສຶກສາ.
ສະຫນັບສະຫນູນຜູ້ທີ່ມີຄວາມຮູ້, ຄວາມສາມາດ ແລະ ກ້າສະແດງອອກ ສາມາດໂຄສະນາເຜີຍແຜ່ເອກະລັກວັດທະນະທໍາລາວ, ໃນພິທີຍັງໄດ້ມີການມອບໃບຍ້ອງຍໍ ແລະ ໃບກຽດຕິຄຸນ ແກ່ພາກສ່ວນຕ່າງໆ ທີ່ໃຫ້ການສະຫນັບສະຫນູນ ໃນຖຄງການດັ່ງກ່າວ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ