ພິທີການຮັບລາງວັນດັ່ງກ່າວແມ່ນມີຂື້ນໃນກອງປະຊຸມພົບປະກັນ ລະຫວ່າງ ພາກລັດ ແລະ ພາກເອກະຊົນ ທີ່ຈັດຂຶ້ນໃນວັນທີ 26 ຕຸລາຜ່ານມາ ທີ່ີຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ຊຶ່ງຕາງໜ້າມອບຂອງທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ ແລະ ຮັບໂດຍທ່ານ ຄຳໄພ ສົມຊະນະ, ປະທານກຸ່ມບໍລິສັດ ຄຳໄພຊະນະ.
ທ່ານ ຄຳໄພ ສົມຊະນະ ປະທານກຸ່ມບໍລິສັດ ຄຳໄພຊະນະ ກ່າວວ່າ: ກ່ອນອື່ນກໍ່ຂໍຂອບໃຈມາຍັງການນຳພັກ ລັດ ທີ່ສ້າງເງື່ອນໄຂໃນການຈັດມອບຮັບລາງວັນໃນຄັ້ງນີ້ ພ້ອມດຽວກັນນັ້ນ ກໍ່ສະແດງຄວາມຂອບໃຈມາຍັງປະທານ-ຄະນະບໍລິຫານ ພ້ອມພະນັກງານ ຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ທີ່ໄດ້ລິ່ງເຫັນຄວາມສຳຄັນຂອງລາງວັນດັ່ງກ່າວ ແລະ ໄດ້ຄັດເລືອກເອົາກຸ່ມບໍລິສັດ ຄຳໄພຊະນະ ເປັນຫນຶ່ງໃນຫລາຍໆບໍລິສັດທີ່ໄດ້ຮັບລາງວັນ SME ດີເດັ່ນປະຈຳປີ 2017 ໃນປີນີ້ ເຊິ່ງຖືວ່າເປັນໄຊນະນະ ແລະ ໝາກຜົນອັນໜຶ່ງ ເຊິ່ງຈະໄດ້ຂະຫຍາຍສືບຕໍ່ຜົນສຳເລັດດັ່ງກ່າວໃຫ້ເປັນແບບຢ່າງແກ່ວົງການທຸລະກິດ ຜູ້ປະກອບການອື່ນໆ
ທ່ານ ຄຳໄພ ສົມຊະນະ, ປະທານກຸ່ມບໍລິສັດ ຄຳໄພຊະນະ ກ່າວຕື່ມວ່າ SME ເປັນວຽກງານໜຶ່ງທີ່ລັດຖະບານເອົາໃຈໃສ່ເປັນພິເສດ ສິ່ງສຳຄັນທີ່ ປັດສະຈາກບໍ່ໄດ້ກໍ່ແມ່ນການສ້າງວຽກເຮັດງານທຳ ໃຫ້ແກ່ນາຍຊ່າງ ກຳມະກອນ ກໍ່ຄືປະຊາຊົນ ພ້ອມດຽວກັນນັ້ນ ເບື້ອງຜູ້ປະກອບການເອງ ກໍ່ຈະເຮັດແນວໃດ ເພື່ອໃຫ້ຜະລິດຕະພັນລາວກ້າວສູ່ສາກົນ. ສໍາລັບ ລາງວັນທີ່ໄດ້ຮັບໃນຄັ້ງນີ້ ຕົນເອງກໍ່ມີຄວາມພາກພູມໃຈ ທີ່ເປັນໜຶ່ງໃນ 40 ບໍລິສັດທີ່ໄດ້ຮັບ ຖ້າທຽບໃສ່ຫຼາຍພັນບໍລິສັດໃນປະເທດ. ຢ່າງໃດກໍ່ຕາມ ສຳລັບ ປີຕໍ່ໄປ ກໍ່ຄິດວ່າລາງວັນດັ່ງກ່າວກໍ່ຈະຜັນຂະຫຍາຍໄປສູ່ຫົວໜ່ວຍທຸລະກິດອື່ນ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ.
ພ້ອມດຽວກັນນັ້ນທ່ານ ຍັງເນັ້ນໃຫ້ຫົວໜ່ວຍທຸລະກິດອື່ນ ບໍ່ວ່າຈະເປັນຜູ້ປະກອບການໜ້າໃໝ່ ທີ່ກຳລັງເລີ່ມຕົ້ນ ຫຼື ວ່າທຸລະກິດຂະໜາດນ້ອຍ ແຕ່ມີລາຍຮັບເລື່ອຍໆ ເປັນຕົ້ນແມ່ນຮ້ານອາຫານ, ຮ້ານກາເຟ ກໍ່ຕ້ອງປະຕິບັດໃຫ້ມີຄວາມກະຕືລືລົ້ນ ເຮັດໃຫ້ຜູ້ບໍລິໂພກມີທາງເລື່ອກໃໝ່ໆ ສ່ວນເບື້ອງລັດ ກໍ່ຄືສະພາການຄ້າ ໃນນາມ ເປັນຕົວແທນໃຫ້ພາກທຸລະກິດ ກໍ່ຈະເບິ່ງ ແລະ ຄັດເລືອກເອົາຕາມຜົນງານຕົວຈິງ ແລະ ທີ່ສຳຄັນ ການດຳເນີນທຸລະກິດ ກໍ່ຕ້ອງເປັນສະມາຊິກຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ.
ມີສຽງສຳພາດທ່ານ ຄຳໄພ ສົມຊະນະ, ປະທານກຸ່ມບໍລິສັດ ຄຳໄພຊະນະ ມາໃຫ້ຮັບຟັງ
ປ່ອຍສຽງສໍາພາດ
Editor: ຕະວັນ ແສງສະຫວັນ