ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ໃນການເປັນຮຸ້ນສ່ວນຍຸດທະສາດ ດ້ານໂລຈິດສ໌ຕິກ ລະຫວ່າງ ບໍລິສັດ ສິດທິ ໂລຈິດສ໌ຕິກ ລາວຈຳກັດ ແລະ ບໍລິສັດ ເຄີຣີ ສະຫຍາມຊີພອດ ຈຳກັດ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ຜ່ານມານີ້ ທີ່ໂຮງແຮມ ລາວພຣາຊາ ນະຄອນຫລວງວຽງຈັນ, ເຊິ່ງໄດ້ລົງນາມເຊັນບົດບັນທຶກໂດຍທ່ານ ວຽງຄອນ ສິດທິໄຊ, ຜູ້ອຳນວຍການໃຫຍ່ ບໍລິສັດ ສິດທິ ໂລຈິດສ໌ຕິກ ລາວ ຈຳກັດ ກັບ ທ່ານ ກຽດໄຊ ເບັນຈາອາທອນສີຣິກຸນ, ຜູ້ອໍານວຍການ ບໍລິສັດ ເຄີຣີ ສະຫຍາມຊີພອດ ຈໍາກັດ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ປະລິນຍາເອກ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ມີບັນດາຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າພົງສະຫວັນກຣຸບ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.
ການເຊັນສັນຍາຄັ້ງນີ້ ຈະເປັນບາດກ້າວ ແລະ ຂີດໝາຍທີ່ສໍາຄັນຂອງການຮ່ວມມືພັດທະນາ ແລະ ຍົກລະດັບຄວາມສາມາດໃນການໃຫ້ບໍລິການ ທາງດ້ານຂົນສົ່ງ ໂລຈິດສ໌ຕິກ ຂອງ ສປປ ລາວ ໃຫ້ມີສັກກາຍະພາບເທົ່າທຽມສາກົນ, ໃນການຂົ່ນສົ່ງຫຼາຍຮູບແບບ ໄປຍັງທ່າເຮືອໃນພາກພື້ນ. ເພື່ອຕອບສະໜອງຕາມແຜນຍຸດທະສາດ ການພັດທະນາການຂົນສົ່ງ ໂລຈິດສ໌ຕິກ ຂອງ ສປປ ລາວ ແຕ່ປີ 2016-2020 ແລະ ເພື່ອຜັນຂະຫຍາຍນະໂນບາຍຂອງລັດຖະບານໃນການຫັນປ່ຽນປະເທດລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງພາກພື້ນ ແລະ ສາກົນ. ບໍລິສັດ ສິດທິ ໂລຈິດສ໌ຕິກ ລາວ ຈຳກັດ ຈຶ່ງໄດ້ຮັບຕໍ່ນະໂຍບາຍໂດຍການສ້າງຕັ້ງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍໆດ້ານຂອງການຂົນສົ່ງ ໂລຈິດສ໌ຕິກ ເພື່ອກ້າວໄປສູ່ການບໍລິການ ທີ່ຄົງວົງຈອນ, ເປັນມາດຕະຖານສາກົນ ແລະ ມີຕົ້ນທຶນການຂົນສົ່ງທີ່ແຂງແຮງໄດ້.
ດັ່ງນັ້ນ ບໍລິສັດ ສິດທິ ໂລຈິດສ໌ຕິກ ລາວ ຈຳກັດ ຈຶ່ງໄດ້ເຂົ້າເປັນຮຸ້ນສ່ວນທາງຍຸດທະສາດ ກັບ ບໍລິສັດ ເຄີຣີ ສະຫຍາມຊີພອດ ຈຳກັດ ປະເທດໄທ ຊຶ່ງເປັນບໍລິສັດທີ່ມີຈຸດປະສົງ ແລະ ເປົ້າໝາຍອັນດຽວກັນ ໃນການພັດທະນາເຊື່ອມໂຍງພາກພື້ນໃຫ້ເປັນຮູບປະທຳ ໂດຍການແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ກໍ່ຄືການຖ່າຍທອດປະສົບການ, ລະບົບເຕັກໂນໂລຊີວິຊາການ ແລະ ນະວັດຕະກຳທີ່ທັນສະໄໝ ເຂົ້າໃນການພັດທະນາລະບົບຂົນສົ່ງ ໂລຈິດສ໌ຕິກ ລວມໄປເຖິງການເຊື່ອມໂຍງເຄືອຂ່າຍຂົນສົ່ງທີ່ຄວບຄຸມເຖິງລູກຄ້າຂອງບັນດາປະເທດໃນພາກພື້ນ ແລະ ສາກົນ.
Editor: ຕະວັນ ແສງສະຫວັນ