ຕອນເຊົ້າວັນທີ 27 ຕຸລາ 2017 ຜ່ານມາ ຢູ່ທີ່ຫ້ອງການອຸດສາຫະກຳ ແລະ ການຄ້າ, ເມືອງສັງທອງ, ນະຄອນຫລວງວຽງຈັນ ໄດ້ຈັດພິທີທຳລາຍສິນຄ້າຫມົດອາຍຸ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ບົວຄຳ ສີສົງຄາມ, ຮອງເຈົ້າເມືອງສັງທອງ, ພ້ອມນັ້ນ ຍັງມີຂະແຫນງການທີ່ກ່ຽວຂ້ອງອ້ອມຂ້າງເມືອງ, ນາຍບ້ານ ແລະ ຫົວຫນ່ວຍທຸລະກິດເຂົ້າຮ່ວມ.
ສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ ໄດ້ລົງກວດກາ ຈຳນວນ 11 ບ້ານ ກວດພົບສິນຄ້າຫມົດອາຍຸ 10 ຫົວຫນ່ວຍ, ສິນຄ້າຕ້ອງຫ້າມ 14 ຫົວຫນ່ວຍ ເປັນຕົ້ນແມ່ນ: ປະເພດຫມາກກະໂພກ ແລະ ທາດແຕກຕ່າງໆ ຈຳນວນ 54 ກິໂລ ລວມຈຳນວນສິນຄ້າທີ່ຢຶດໄດ້ທັງຫມົດ 44 ລາຍການ ມູນຄ່າ ທັງຫມົດ 5.061.000 ກີບ.
ຖ້າທ່ານໃດພົບເຫັນການຈຳຫນ່າຍສິນຄ້າຕ້ອງຫ້າມ ສິນຄ້າຫມົດອາຍຸ ການຄ້າຂາຍເຖື່ອນ ຫລື ການຄ້າຂາຍທີ່ຜິດຕໍ່ລະບຽບກົດຫມາຍ ໃຫ້ແຈ້ງສາຍດ່ວນປົກປ້ອງຜູ້ຊົມໃຊ້ ຫມາຍເລກ 1510.
ຂອບເຂດເມືອງສັງທອງ ແຈ້ງເບີ 021 673 013 ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງສັງທອງ, ນະຄອນຫລວງວຽງຈັນ.
Editor: ຂ່າວສານປະເທດລາວ