ພິທີມອບລາງວັນ ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ຫລື ເອັສເອັມອີ ດີເດັ່ນ ປະຈຳປີ 2017 ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຈັດຂື້ນ ໃນວັນທີ 26 ຕຸລາ 2017 ຜ່ານມາ ໄດ້ມີ ບໍລິສັດ ແລະ ຫົວໜ່ວຍທຸລະກິດ 40 ຫົວໜ່ວຍ ທີ່ມີຜົນງານໃນການປະກອບສ່ວນ ສ້າງສາພັດທະນາ ປະເທດຊາດ ໃນໄລຍະຜ່ານມາ. ເຊິ່ງມອບໂດຍ ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍມີ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ: ຈຳນວນ 40 ຫົວໜ່ວຍທຸລະກິດ ທີ່ໄດ້ຮັບລາງວັນໃນຄັ້ງນີ້, ແມ່ນໄດ້ຜ່ານມາດຖານເງື່ອນໄຂ ໃນການຄັດເລືອກ ຂອງຄະນະກຳມະການ ເປັນຕົ້ນແມ່ນ ເປັນບໍລິສັດທີ່ລົງທະບຽນຖືກຕ້ອງຕາມກົດໝາຍຂອງ ສປປ ລາວ, ເປັນສະມາຊິກຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ເປັນສະມາຊິກຂອງກຸ່ມ ຫລື ສະມາຄົມທີ່ຂຶ້ນ ກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທຸຸລະກິດມີການເຕີບໃຫຍ່ ຂະຫຍາຍຕົວໃນສົກປີຜ່ານມາ, ປະກອບສ່ວນສ້າງສາ ພັດທະນາປະເທດຊາດ, ຫ້າວຫັນໃນການເສຍພັນທະ, ພາສີ-ອາກອນ ເຂົ້າລັດຢ່າງເປັນປົກກະຕິ, ປະກອບສ່ວນຢ່າງຫ້າວຫັນໃນການສ້າງວຽກເຮັດງານທຳ ໃຫ້ກັບປະຊາຊົນ ແລະ ຊ່ວຍສ້າງຄວາມເຂັ້ມ ໃຫ້ແກ່ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.
40 ຫົວໜ່ວຍທຸລະກິດ ທີ່ໄດ້ຮັບລາງວັນໃນຄັ້ງນີ້, ແມ່ນມາຈາກ ຫລາຍຂະແໜ່ງການ ເຊັ່ນ: ຂະແໜງອຸດສາຫະກຳ-ການຄ້າ, ອຸດສາຫະກຳການຜະລິດ, ອຸດສາຫະກຳກໍ່ສ້າງ, ຫັດຖະກຳ, ການສຶກສາ, ການຄ້າ, ການສິກຳ ແລະ ການບໍລິການ ເປັນຕົ້ນ ບໍລິສັດ ກຸ່ມຄຳໄພ ຊະນະ ຈໍາກັດຜູ້ດຽວ, ບໍລິສັດ ຂຸນຕາປ້າຍໂຄສະນາ ຈໍາກັດຜູ້ດຽວ, ໂຮງງານເຄແອນບີ ເຟີນິເຈີ, ບໍລິສັດ ນິວຈິບເຊັງ, ບໍລິສັດ ແສງວິໄຊ ກຣຸບ ຈຳກັດຜູ້ດຽວ, ວິສາຫະກິດສ່ວນບຸກຄົນໂຕະລາວ, ບໍລິສັດ ດາຕ້າຄອມ ຈຳກັດ, ຮ້ານຄຳພູວົງ, ປີ້ງໄກ່ນາປົ່ງ, ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວມະຫາຊົນ ແລະ ອື່ນໆ.
Editor: ຕະວັນ ແສງສະຫວັນ