ໃນວັນທີ 28 ຕຸລາ 2017ຜ່ານມາ ທີ່ນະຄອນຫລວງວຽງຈັນ - ບໍລິສັດ ຕັນຈອງ ມໍເຕີ (ລາວ) ຈໍາກັດພຽງຜູ້ດຽວ (“TCML”), ຕົວແທນຈໍາໜ່າຍສະເພາະ ແລະ ພຽງຜູ້ດຽວຂອງຍານພາຫະນະນິດສັນ ແລະ ເປັນບໍລິສັດລູກຂອງບໍລິສັດຕັນຈອງ ມໍເຕີ ໂຮນດີ້ງ ບີເຫັຣດີ. (ມາເລເຊຍ); ໄດ້ເປີດໂຕລົດນິດສັນເອັກສເທວໃໝ່ລຸ້ນປີ 2018 ຢ່າງເປັນທາງການ, ສ້າງມາດຕະຖານໃໝ່ໃນໂລກຍານຍົນ ດ້ວຍການປັບຮູບໂສມໃໝ່ ດ້ວຍລາຍລະອຽດທີ່ໂດດເດັ່ນ ແລະ ຈຸດເດັ່ນທີ່ເນັ້ນໃສ່ເຕັກໂນໂລຊີຂັບເຄື່ອນອັດສະລິຍະຂອງນິດສັນ.
ພິທີເປີດຕົວລົດນິດສັນເອັກສເທວໃໝ່ແມ່ນເຂົ້າຮ່ວມພາຍໃນງານ ມີຄະນະປະທານ, ພະນັກງານພາກລັດ, ທ່ານ ເອກອັກຄະລະຊະທູດຈາກສະຖານທູດຕ່າງໆ, ສະມາຊິກສື່ມວນຊົນ, ສະມາຊິກຊຸມຊົນທຸລະກິດນະຄອນຫລວງ, ສະມາຄົມລົດຍົນ ພ້ອມດ້ວຍພະນັກງານຈາກບໍລິສັດນິດສັນມໍເຕີ ອາຊີ ປາຊີຟິກ ຈໍາກັດ (NMAP) ແລະ ບໍລິສັດຕັນຈອງ ມໍເຕີ ໂຮນດີ້ງ ເບີຫາດ (ມາເລເຊຍ).
ໃນພິທີ ທ່ານ ດຣ. ອັງ ບອນ ເບັງ, ຜູ້ອໍານວຍການອາວຸໂສພາກພື້ນອິນໂດຈີນ, ບໍລິສັດອີດາລີນ ຕັນຈອງ ມໍເຕີ (ມາເລເຊຍ)ໄດ້ກ່າວວ່າ: ນິດສັນເອັກສເທວໃໝ່ແມ່ນໜຶ່ງໃນລົດນິດສັນລຸ້ນທີ່ຍອດນິຍົມທີ່ສຸດ ເປັນທີ່ນິຍົມສໍາລັບການເດີນທາງທຸກທີ່ທຸກເວລາ ດ້ວຍການເພີ່ມເຕັກໂນໂລຊີຂັບເຄື່ອນອັດສະລິຍະລ່າສຸດຂອງນິດສັນ ເຮັດໃຫ້ນິດສັນແມ່ນລົດຄອສໂອເວີແບບພະຈົນໄພຄອບຄົວທີ່ດີທີ່ສຸດ. ດ້ວຍໄລຍະເວລາພຽງແຕ່ 17 ປີ, ນິດສັນເອັກສເທວໄດ້ກາຍເປັນລົດລຸ້ນຄອສໂອເວີທີ່ຂາຍດີທີ່ສຸດໃນໂລກ ເນື່ອງຈາກສາມາດຂາຍໄດ້ຫລາຍກວ່າ 3.7 ລ້ານຄັນ ຕັ້ງແຕ່ລົດນິດສັນເອັກສເທວຄັນທໍາອິດໄດ້ເປີດຕົວໃນປີ 2000
ລາຍລະອຽດລົດນິດສັນເອັກສເທວໃໝ່ ລຸ້ນປີ 2018.
ພາຍນອກທີ່ມີສະໄຕ
ການອອກແບບດ້ານໜ້າ ຈຸດເດັ່ນລົດນິດສັນເອັກເທວແມ່ນໄດ້ປັບປ່ຽນສັນຍາລັກນິດສັນດ້ວຍຕາໄຟ LED ທີ່ເປັນຮູບຮ່າງແບບມູມເບີແລງ ຈຸດເດັ່ນຕາໄຟແບບເດທາມ ຣັນນີ້ງໄຣ (Daytime Running Light) ທີ່ເຮັດໃຫ້ຍານພາຫະນະຂອງທ່ານສາມາດເບິ່ງເຫັນໄດ້ດີຂຶ້ນໃນຕອນກາງເວັນ ສໍາລັບຍານພາຫະນະອື່ນໆ ຫລື ຄົນຍ່າງຕາມທາງ, ຂະຫຍາຍຊ່ອງລົມດ້ານໜ້າເປັນຮູບໂຕ V, ກັນຊົນດ້ານໜ້າທີ່ເປັນຫລ່ຽມຂຶ້ນ ດ້ວຍໄຟຕັດໝອກທີ່ທັນສະໄໝ ແລະ ລໍ້ອັນລອຍຂະໜາດ 17 ນີ້ວອອກແບບມາໃໝ່. ການປັບແຕ່ງຮູບຊົງດ້ານຫລັງແມ່ນເນັ້ນໃສ່ໂຄມໄຟດ້ານຫລັງແບບ (smoked rear combination lamps) ດ້ວຍໄຟ LED ຮູບຊົງມູມເບີແລງ, ກັນຊັນຫລັງໃໝ່ດ້ວຍປາຍທໍ່ໄອເສຍແບບໂຄມ້ຽມ ມີໄຟສະທ້ອນແສງ ແລະ ເສົາອາກາດຫາງປາສະຫລາມ.
ການຕົກແຕ່ງພາຍໃນ
ພາຍໃນລົດ SUV ທີ່ເນັ້ນໃສ່ພວງມະໄລຮູບຊົງຕົວ D ແບບສະປອດ, ປຸ່ມສະຕາດລົດ, ຈໍສໍາຜັດແອວຊີດີ ຂະໜາດ 8 ນີ້ວ ດ້ວຍເຄື່ອງຫລີ້ນດີວີດີ ແລະ ກ້ອງເບິ່ງຫລັງ, ຫົວເກຍແບບໃໝ່ດ້ວຍຖົງໜັງຍິບຄູ່ ແລະ ໜ້າຈໍຊ່ວຍການຂັບຂີ່ຂັ້ນສູງຂອງນິດສັນ (ດີທີ່ສຸດໃນລຸ້ນ) ຈໍສະແດງສີຂະໜາດ 5 ນີ້ວ 3D TFT ທີ່ມີຕົວເລືອກລາຍການຮອດ 7 ລາຍການ ດ້ວຍການໃຊ້ສະວິດພວງມາໄລ…ເຮັດໃຫ້ຮູ້ສຶກ ແລະ ເບິ່ງເປັນແບບພຣີມ້ຽມໂດດເດັ່ນຫລາຍຂຶ້ນ.
Editor: ກຳປານາດ ລັດຖະເຮົ້າ