ງານດັ່ງກ່າວ ໄດ້ຈັດຂື້ນ ໃນວັນທີ 30 ຕຸລາ 2017 ທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສະຫວັນຄອນ ລາຊມົນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ບຸນເຈົາ ພິຈິດ ຜູ້ອໍານວຍການໂທລະພາບແຫ່ງຊາດລາວ, ທ່ານນາງ ນະຄອນສີ ມະໂນທໍາ ຮອງຫົວຫນ້າສໍານັກງານ ຄະນະກໍາມະການຄຸ້ມຄອງຫລັກຊັບ, ທ່ານ ດັອກ ຢູນລີ ຜູ້ອໍານວຍການ ຝ່າຍປະຕິບັດການຕະຫລາດຫລັດຊັບລາວ, ທ່ານ ດາວອນ ພະຈັນທະວັງ ປະທານສະພາບໍລິຫານ ບໍລິສັດຫລັກຊັບເອພີເອັມລາວ, ທ່ານ ສົມພົບ ສັກພັນພະນົມ ຜູ້ອໍານວຍການ ບໍລິສັດ ຫລັກຊັບເອພິເອັມລາວ, ທ່ານ ສຸລະເພັດ ແກ້ວວຽງຄໍາ ປະທານອຳນວຍການ ບໍລິສັດ ລາວສະຕາຣ ໂຄອາຊຽນ ໂຮນດິ້ງ ຈໍາກັດ ຜູ້ດຽວ ນອກຈາກນີ້ ຍັງມີບັນດາແຂກທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ເຂົ້າຮ່ວມ.
ໃນພິທີ ທ່ານ ສຸລະເພັດ ແກ້ວວຽງຄໍາ ປະທານອໍານວຍການ ບໍລິສັດ ລາວສະຕາຣ ໂຄອາຊຽນ ໂຮນດີ້ງ ຈໍາກັດຜູ້ດຽວ ( ໂທລະພາບລາວສະຕາຣ ) ກ່າວວ່າ: ບໍລິສັດ ລາວສະຕາຣ ໂຄອາຊຽນ ໂຮນດີ້ງ ຈໍາກັດຜູ້ດຽວ ( ໂທລະພາບລາວສະຕາຣ ) ສ້າງຕັ້ງຂື້ນ ຕາມຂໍ້ຄົກລົງຂອງລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ ແລະ ວັດທະນະທໍາ ສະບັບເລກທີ 109/ຖວ ລົງວັນທີ 22 ກຸມພາ 2007 ຕາມການຮ້ອງຂໍຂອງສະໂມສອນ ສົ່ງເສີມສິລະປະ ວັດທະນະທໍາລາວບັນດາເຜົ່າ ( ສວຜ) ໂດຍຜ່ານຕາມຂັ້ນຕອນ ຈາກການເຊັນສັນຍາ ລະຫວ່າງ ສະໂມສອນ ສວຜ ແລະ ໂທລະພາບແຫ່ງຊາດ ໃນ ຄັ້ງວັນທີ 29 ທັນວາ 2006 ແລະ ໄດ້ເປີດນໍາໃຊ້ ຢ່າງເປັນທາງການ ເມື່ອວັນທີ 8 ເມສາ 2007 ເຊິ່ງມາຮອດປະຈຸບັນ ໂທລະພາບລາວສະຕາ ດໍາເນີນທຸລະກິດມາໄດ້ ກວ່າ 10 ປີ, ໂທລະພາບລາວສະຕາຣ ມີພາລະບົດບາດໃນການໂຄສະນາ ເຜີຍແຜ່ພາບພົດອັນດີງາມ ທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ອອກອາກາດສູ່ສັງຄົມລາວ ຢ່າງທົ່ວເຖິງ ແລະ ອອກສູ່ຕ່າງປະເທດ ໄດ້ຫລາຍປະເທດ ໃນທົ່ວໂລກ, ໂຄສະນາເຜີຍແຜ່ ແລະ ສົ່ງເສີມ ການອະນຸລັກວັດທະນະທໍາທີ່ເປັນເອກະລັກ ແລະ ມູນເຊື້ອອັນດີງາມຂອງຊາດ, ກໍ່ຄື ປະຊາຊົນລາວ ບັນດາເຜົ່າ ໃຫ້ດໍາລົງຄົງຢູ່ກັບຊາດລາວຕະຫລອດໄປ, ໂຄສະນາທ່າແຮງ ແລະ ຄວາມອາດສາມາດດ້ານການທ່ອງທ່ຽວ ຂອງລາວ ( ທາງດ້ານທໍາມະຊາດ, ປະຫວັດສາດ ແລະ ວັກດທະນະທໍາ ) ເພື່ອສ້າງສິ່ງດຶງດູດຄວາມສົນໃຈ ແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ມາທ່ອງທ່ຽວລາວ ນັບມື້ນັບຫລາຍຂື່ນ, ພ້ອມກັນນັ້ນ ໂທລະພາບລາວສະຕາຣ ຍັງເຮັດຫນ້າທີ່ ບໍລິການໂຄສະນາຜະລິດຕະພັນສິນຄ້າ ເພື່ອຊຸກຍູ້ຂະບວນການຜະລິດ ຂອງສັງຄົມ, ດ້ານເຕັກໂນໂລຊີ ແມ່ນໄດ້ອອກອາກາດໃນລະບົບດີຈິຕອນ ຕັ້ງແຕ່ມີການສ້າງຕັ້ງ ແລະ ມີການຍົກລະດັບໃຫ້ສົມບູນຂື້ນເລື້ອຍໆ ໂດຍຜ່ານດາວທຽມ ໄທຄົມ 5 ດ້ວຍສັນຍານລະບົບຄວາມຖີ່ ຊີແບນ C-Band ແລະ ເຄຢູແບນ Ku-Bang ເຊີ່ງສາມາດຮັບຊົມໄດ້ທົ່ວໂລກ ໂດຍຜ່ານ ລະບົບ ໄອຟີ ທີວີ ( IP TV ) ສະຕາຣ ໂຟຢູ ທີວີ (Star 4U.TV )
ໃນອະນາຄົດ ບໍລິສັດ ມີເປົ້າຫມາຍເຂົ້າຈົດທະບຽນໃນຕະຫລາດຫລັກຊັບລາວ ( LSX ) ເພື່ອລະດົມທຶນນໍາມາໃຊ້ໃນການຂະຫຍາຍທຸລະກິດ, ດັ່ງນັ້ນ ຈິ່ງມີການແຕ່ງຕັງ ບໍລິສັດ ຫລັກຊັບເອພິເອັມລາວ ຈໍາກັດ ເປັນທີ່ປຶກສາທາງດ້ານການເງີນ ເພື່ອເຂົ້າມາຊ່ວຍວາງແຜນທຸລະກິດ ແລະ ຈັດຫາແຫລ່ງທຶນ ເພື່ອຂະຫຍາຍທຸລະກິດ ລວມທັງການຈັດໂຄງສ້າງທຸລະກິດ ໂຄງສ້າງທາງການເງີນ ເພື່ອກຽມຄວາມພ້ອມ ເຂົ້າຈົດທະບຽນໃນຕະຫລາດຫລັກຊັບລາວ.
ລົງນາມສັນຍາ ຄັ້ງນີ້ ໂດຍແມ່ນ ທ່ານ ສຸລະເພັດ ແກ້ວວຽງຄໍາ ປະທານ ອໍານວຍການ ບໍລິສັດ ລາວສະຕາຣ ໂຄອາຊຽນ ໂຮນດີ້ງ ຈໍາກັດຜູ້ດຽວ ( ໂທລະພາບລາວສະຕາຣ ) ແລະ ທ່ານ ສົມພົບ ສັກພັນພະນົມ ຜູ້ອໍານວຍການ ບໍລິສັດ ຫລັກຊັບເອພິເອັມລາວ ໂດຍການເປັນສັກຂິພິຍານ ຂອງ ທ່ານ ສະຫວັນຄອນ ຣາຊມົນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ທັງ 2 ຝ່າຍ ເຂົ້າຮ່ວມ.
Editor: ກຳປານາດ ລັດຖະເຮົ້າ