ໃນວັນທີ 29 ຕຸລາ 2017 ທີ່ສໍານັກງານໃຫຍ່ ບໍລິສັດ ລັດວິສາຫາກິດ ລາວໂທລະຄົມມະນາຄົມ ນະຄອນຫລວງວຽງຈັນ ໄດ້ມີພິທີເຊັນສັນຍາ ວ່າດ້ວຍການແຕ່ງຕັ້ງທີ່ປຶກສາທາງດ້ານການເງີນ ແລະ ທີ່ປຶກສາທາງດ້ານກົດຫມາຍ ເພື່ກະກຽມວຽກງານການອອກຈໍາຫນ່າຍຮຸ້ນສາມັນ ເພີ່ມທຶນຕໍ່ມວນຊົນ ຄັ້ງທໍາອິດ ( IPO ) ລະຫວ່າງ ບໍລິສັດ ລັດວິສາຫະກິດ ລາວໂທລະຄົມ ມະນາຄົມ ກັບ ບໍລິສັດ ຫລັກຊັບລາວ-ຈິນ ຈໍາກັດ ແລະ ບໍລິສັດ ລາວລໍ້ ແອນ ຄອນເຊົາແທນຊີ ກຣຸບ ຈໍາກັດ, ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ທັງເປັນຫົວຫນ້າຄະນະກະກຽມ ຫັນ ບໍລິສັດ ລັດວິສາຫາກິດ ລາວໂທລະຄົມມະນາຄົມ ເປັນມະຫາຊົນ ແລະ ຈົດທະບຽນ ໃນຕະຫລາດຫລັກຊັບລາວ, ເຂົ້າຮ່ວມໃນພິທີ ມີ ທ່ານ ອານຸວັດ ສະຫງວນຊົບພະຍາກອນ ຕາງຫນ້າສາຂາຮຸ້ນຕ່າງປະເທດ, ທ່ານ ວັນຄໍາ ວໍລະວົງ ຜູ້ອໍານວຍການໃຫຍ່ ຕະຫລາດຫລັກຊັບລາວ, ທ່ານ ສົມປະສົງ ພົມມະສານ ຕາງຫນ້າສໍານັກງານຄະນະກໍາມະການ ຄຸ້ມຄອງຫລັກຊັບ.
ຈຸດປະສົງ ຂອງການລົງນາມສັນຍາ 3 ບໍລິສັດ ໃນຄັ້ງນີ້, ຄື: ເພື່ອລົງນາມໃນ 2 ສະບັບ ຄື: ສັນຍາວ່າດ້ວຍການແຕ່ງຕັ້ງທີ່ປຶກສາທາງດ້ານການເງິນ, ແລະ ສັນຍາວ່າດ້ວຍ ທີ່ປຶກສາທາງດ້ານກົດຫມາຍ ລະຫວ່າງ ບໍລິສັດ ລັດວິສາຫາກິດ ລາວໂທລະຄົມມະນາຄົມ ກັບ ບໍລິສັດ ຫລັກຊັບ ລາວ-ຈີນ ຈໍາກັດ ( ທີ່ປຶກສາທາງດ້ານການເງີນ ແລະ ບໍລິສັດ ລາວລໍ້ ແອນ ຄອນເຊົາແທນຊີ ກຣຸບ ຈໍາກັດ ( ທີ່ປຶກສາດ້ານກົດຫມາຍ) ເພື່ອແນໃສ່ຫັນບໍລິສັດ ລັດວິສາຫາກິດລາວໂທລະຄົມມະນາຄົມ ເປັນບໍລິສັດ ມະຫາຊົນ ແລະ ຈົດທະບຽນເຂົ້າຫລັກຊັບລາວ ເພື່ອລະດົມທຶນມາຂະຫຍາຍ ແລະ ພັດທະນາດ້ານພື້ນຸານໂຄງລ່າງ ຂອງລາວໂທລະຄົມ ໃຫ້ມີຄວາມທັນສະໄຫມ ແລະ ເຕີບໃຫຍ່ ຂະຫຍາຍຕົວ ຢ່າງຕໍ່ເນື່ອງ. ສາມາດຮອງຮັບ ແລະ ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ ນັບມື້ນັບສູງຂື້ນ, ເອື້ອອຳນວຍຄວາມສະດວກແກ່ການຊົມໃຊ້ ຂອງປະຊາຊົນ ກໍຄືນິຕິບຸກຄົນ ໃນ ສປປ ລາວ, ໃຫ້ທົ່ວເຖິງ ແລະ ດີຂື້ນ ເທື່ອລະກ້າວ ສາມາດເຊື່ອມຈອດ ກັບບັນດາປະເທດໄກ້ຄຽງ, ທັງນີ້ກໍ່ເພື່ອແນໃສ່ ຮັບປະກັນໃຫ້ບັນລຸເປົ້າຫມາຍ Laos Digital Life.
ລົງນາມ ໃນສັນຍາ 3 ຝ່າຍ ຄັ້ງນີ້ ຮ່ວມມີ
1/, ທ່ານ ຖາວອນ ສົມສະກຸນ ຜູ້ອໍານວຍການໃຫຍ່ ບໍລິສັດ ລັດວິສາຫາກິດ ລາວໂທລະຄົມມະນາຄົມ.
2/, ທ່ານ ລິນລີ ຜູ້ອໍານວຍການໃຫຍ່ ບໍລິສັດ ຫລັກຊັບລາວ-ຈິນ ຈໍາກັດ
3/, ທ່ານນາງ ສີລິໂສພາ ບຸດດາຄໍາ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວລໍ້ ແອນ ຄອນເຊົາແທນຊີ ກຣຸບ ຈໍາກັດ
Editor: ກຳປານາດ ລັດຖະເຮົ້າ