ພິທີການຮັບລາງວັນດັ່ງກ່າວແມ່ນມີຂື້ນໃນກອງປະຊຸມພົບປະກັນ ລະຫວ່າງ ພາກລັດ ແລະ ພາກເອກະຊົນ ທີ່ຈັດຂຶ້ນໃນວັນທີ 26 ຕຸລາຜ່ານມາ ທີ່ີຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ຊຶ່ງຕາງໜ້າມອບຂອງທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ ແລະ ຮັບໂດຍທ່ານ ກອງມາລາ ພົມມະໄລ, ເຈົ້າຂອງໂຮງງານເຄແອນບີເຟີນິເຈີ.
ໂຮງງານເຄແອນບີເຟີນິເຈີ ຜູ້ຜະລິດສິນຄ້າເຄື່ອງເຟີນິເຈີຄົບວົງຈອນແມ່ນໜຶ່ງອີກບໍລິສັດທີ່ໄດ້ຮັບລາງວັນທຸລະກິດດີເດັ່ນ ປະຈຳປີ 2017 ພາຍຫຼັງທີ່ໂຮງງານດັ່ງກ່າວໄດ້ປະກອບສ່ວນສຳຄັນເຂົ້າໃນພັດທະນາທຸລະກິດ, ສ້າງວຽກເຮັດງານທຳໃຫ້ກັບປະຊາຊົນ ໂດຍສະເພາະແມ່ນປະຕິບັດພັນທະຕໍ່ລັດໄດ້ຢ່າງເປັນປົກກະຕິ.
ທ່ານ ກອງມາລາ ພົມມະໄລ ກ່າວວ່າ: ການໄດ້ຮັບລາງວັນດີເດັ່ນຄັ້ງນີ້ ແມ່ນໝາກຜົນອັນຄັນຂອງການໂຮງງານພວກເຮົາ ເປັນຕົ້ນແມ່ນ ໃນຜ່ານມາໂຮງງານໄດ້ມີຄວາມເອົາໃຈໃສ່ເປັນພິເສດຕໍ່ການພັດທະນາທຸລະກິດ ກໍຄືສິນຄ້າໃຫ້ທຽບເທົ່າກັບພາຍໃນ ແລະ ພາກພື້ນກໍຄືສາກົນເທື່ອລະກ້າວ ພ້ອມດຽວກັນນັ້ນກໍເອົາໃສ່ຕໍ່ການສ້າງວຽກງານທຳຂອງປະຊາຊົນໄດ້ມີຊິີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ ໂດຍຂະນະນີ້ ໂຮງງານຂອງພວກເຮົາມີນາຍຊ່າງ ແລະ ກຳມະກອນ ລວມກັນແລ້ວທັງໝົດ 70 ຫາ 80 ຄົນ ໄປຄຽງຄູ່ກັບການພັດທະນາທຸລະກິດສ້າງຜົນກຳໄລ ແລະ ວຽກເຮັດໃຫ້ກັບປະຊາຊົນແລ້ວ ໂຮງງານກໍຍັງໄດ້ມີຄວາມເອົາໃຈໃສ່ຕໍ່ການປະຕິດບັດພັນທະຕໍ່ລັດຖະບານ ກໍຄືຕໍ່ສັງຄົມຢ່າງເປັນປົກກະຕິໃນໄລຍະຜ່ານມາ.
ສຳລັບໂຮງງານເຄແອນບີເຟີນິເຈີ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນມາແຕ່ປີ 1987 ນັບອາຍຸມາຮອດປະຈຸບັນນີ້ກໍປະມານ 30 ກວ່າກີບ ແລະ ຖ້າຫາກທ່ານໃດທີ່ມີຄວາມສົນໃຈໃນສິນຄ້າຂອງເພີ່ນກໍສາມາດໄປຢ້ຽມຊົມ ຫຼື ສັ່ງຈອງໄດ້ທີ່ໂຮງງານບ້ານໂສກປ່າຫຼວງ, ເມືອງສີສັດຕະນາກ, ນະອນຫຼວງວຽງຈັນ.
Editor: ຕະວັນ ແສງສະຫວັນ