ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຈັດກອງປະຊຸມພົບປະ ແລະ ຮັບຟັງການໂອ້ລົມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ໃນວັນທີ 26 ຕຸລາ 2017 ທີ່ຫໍປະຊຸມແຫ່ງຊາດ ເພື່ອເປັນການລາຍງານ ແລະ ທົບທວນຄວາມຄືບໜ້າ ຂອງການດຳເນີນທຸລະກິດ ແລະ ການແກ້ໄຂບັນຫາ ແລະ ສິ່ງກີດຂວາງ ຕ່າງໆ ທັງເປັນການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໂດຍພາກລັດ ໃຫ້ແກ່ຜູ້ປະກອບການທຸກພາກສ່ວນ ທີ່ດຳເນີນ ທຸລະກິດຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ໃຫ້ຄຳກະຈ່າງແຈ້ງ ຕໍ່ຄຳສະເໜີຂອງບັນດາ ນັກທຸລະກິດ ທີ່ໄດ້ສະເໜີຕໍ່ລັດຖະບານ, ໂດຍທ່ານໄດ້ເນັ້ນຫນັກບາງບັນຫາສຳຄັນ ວ່າ: ຜູ້ປະກອບການທຸລະກິດ ແມ່ນໄດ້ ປະກອບສ່ວນສຳຄັນ ເຂົ້າໃນການຊຸກຍູ້ ໃຫ້ເສດຖະກິດ-ສັງຄົມ ພາຍໃນປະເທດໃຫ້ມີ ການຂະຫຍາຍຕົວ, ໂດຍເຫັນໄດ້ຄວາມສຳຄັນດັ່ງກ່າວ, ລັດຖະບານ ກໍໄດ້ມີນະໂຍບາຍຕ່າງໆ ເພື່ອອຳນວຍຄວາມສະດວກ ໃນການດຳເນີນທຸລະກິດ ຂອງບັນດາຜູ້ປະກອບການໃຫ້ດີຂຶ້ນ, ສ່ວນເບື້ອງທຸລະກິດກໍຕ້ອງ ໄດ້ມີການປະສານສົມທົບກັນ ເພື່ອແກ້ໄຂບັນຫາ ໃນການດຳເນີນທຸລະກິດ. ພ້ອມກັນນີ້, ກໍຕ້ອງໄດ້ສ້າງຄວາມເຂັ້ມແຂງ ໃຫ້ແກ່ສະພາການຄ້າ ແລະ ອຸດສາຫະກຳ ຂັ້ນທ້ອງຖິ່ນ ດ້ວຍການລົງໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານຕ່າງໆ ກ່ຽວກັບວຽກງານການຄ້າ ຢ່າງກວ້າງຂວາງ ແລະ ບັນຫາສຳຄັນອື່ນໆ ແລະ ມີບາງຄຳສະເໜີທີ່ບັນດາ ນັກທຸລະກິດສະເໜີມານັ້ນ ທ່ານຮອງນາຍົກລັດຖະມົນຕີ ຈະໄດ້ນຳເອົາໄປປຶກສາຫາລື ກັບທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຊອກຫາວິທີທາງແກ້ໄຂ ໃນຕໍ່ໜ້າ.
ໃນຕອນເຊົ້າວັນດຽວກັນ, ກອງປະຊຸມໄດ້ຮັບຟັັງ ແລະ ເຊື່ອມຊຶມມະຕິກອງປະຊຸມ ຄະນະບໍລິຫານງານ ສູນກາງພັກ ຄັ້ງທີ X ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ຄັ້ງທີ 8 (2016-2020) ຈາກທ່ານ ຄຳພັນ ພົມະທັດ ຫົວໜ້າຫ້ອງວ່າການ ສູນກາງພັກ, ໂດຍເລັ່ງໃຫ້ເຫັນຄວາມສຳຄັນ ຕໍ່ພາກທຸລະກິດໃນໂຄງປະກອບ ເສດຖະກິດຂອງຊາດ ແລະ ເຫັນໄດ້ຄວາມສໍາຄັນ ໃນການບຸກທະລຸ ເພື່ອປ່ຽນແປງລະບອບການຄຸ້ມຄອງ ມະຫາພາກໄປສູ່ການຄຸ້ມຄອງ ທີ່ສົ່ງເສີມ ການຜະລິດແຫ່ງຊາດ ໄປຕາມເສດຖະກິດຕະຫລາດ ແລະ ມີຄວາມໂປ່ງໄສ.
Editor: ຕະວັນ ແສງສະຫວັນ