ແລງວັນທີ 26 ຕຸລາ 2017 ທີ່ຮ້ານ the Tea Room by Dao ໄດ້ຈັດຖະແຫລງຂ່າວງານບຸນມະໂຫລານກາເຟລາວ ຄັ້ງທີ 2 ໂດຍການເປັນປະທານ ຂອງ ທ່ານນາງ ບຸນເຮືອງ ແຄລໍ ລິດດັງ ປະທານສະມາຄົມກາເຟລາວ ແລະ ເປັນປະທານຮ່ວມ ມີ ທ່ານ ດາວວອນ ພະຈັນທະວົງ ຮອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ທ່ານ ສີສະນຸກ ສີສົມບັດ ປະທານທີ່ປຶກສາ ສະມາຄົມກາເຟລາວ , ທ່ານ ອາລັນ ແສງແກ້ວປະເສີດ ຜູ້ຕາງຫນ້າຈາກສະຫະພັນ ກາເຟອາຊຽນ ASEAN Coffee Federtion. ທ່ານ ພົງສະຫວັນ ພົມກອງ ຕາງຫນ້າ ຈາກກໍາມະການຕັດສິນຝ່າຍລາວ, ນອກຈາກນັ້ນ ຍັງມີຜູ້ຕາງຫນ້າຈາກກະຊວງ, ອຸດສາຫະກຳ ແລະ ການຄ້າ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ອົງການຈັດຄັ້ງມະຫາຊົນ, ອົງການຈັດຕັ້ງສາກົນ ແລະ ສື່ມວນຊົນເຂົ້າຮ່ວມ.
ໃນພິທີ ທ່ານນາງ ບຸນເຮືອງ ແຄລໍ ລິດດັງ ໄດ້ກ່າວເປີດງານ ແລະ ຖະແຫລງໃຫ້ຊາວວ່າ: ສະມາຄົມກາເຟລາວ ເຫັນໄດ້ເຖິງຄວາມສໍາຄັນ ໃນການຈັດງານບຸນມະໂຫລານກາເຟລາວຄັ້ງທີ2ເພື່ອເປັນການເອກອ້າງຄຸນລັກສະນະພິເສດຂອງກາເຟລາວໄປສູ່ຈອກຂອງຜູ້ບໍລິໂພກໃນທົ່ວໂລກທັງເປັນການຜັນຂະຫຍາຍຍຸດທະສາດການພັດທະນາກາເຟລາວທາງດ້ານປະລິມານ ແລະ ຄຸນນະພາບເພີ່ມມູນຄ່າການສົ່ງອອກ ສ້າງເສີມລາຍໄດ້ຕ່ອງໂສ້ການຜະລິດກະສິກຳ ແລະ ການຄ້າ ຫຼຸດຜ່ອນຄວາມສ່ຽງ ຍົກລະດັບຂິດຄວາມສາມາດ ເພື່ອໃຫ້ແຂ່ງຂັນໄດ້ ໃນລະດັບພູມມິພາກ ແລະ ສາກົນ.
ເຊີ່ງງານບຸນມະໂຫລານ ກາເຟລາວ ຄັ້ງທີ 2 ນີ້, ປະກອບມີຫລາຍກິດຈະກໍາທີ່ພົ້ນເດັ່ນ ຈາກຄັ້ງທໍາອິດ ເຊິ່ງຈະໄດ້ຈັດຂື້ນ ໃນກາງເດືອນທັນວາ 2017 ຄືລະຫວ່າງ ວັນທີ 10-12 ທັນວາ ທີ່ໂຮງແຮມແລນມາກ, ທີ່ນະຄອນຫລວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ