ໃນວັນທີ 24 ຕຸລາ ຜ່ານມານີ້ ທີ່ສຳນັກງານໃຫຍ່ ລັດວິສາຫະກິດ ໄຟຟ້າລາວ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ອຸປະກອນສະຖານີໄຟຟ້າໃນຮົ່ມ ໃຫ້ແກ່ສູນຝຶກອົບຮົມໄຟ້ຟ້າລາວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີຜູ້ອໍານວຍການໃຫຍ່ ລັດວິສະຫະກິດ ໄຟຟ້າລາວ, ຮອງປະທານບໍລິສັດ ເຄັບໂກ້ KEPCO, ປະທານ ໂກຕ້າ KOTRA ປະຈຳພາກພື້ນຕາເວັນອອກສ່ຽງໃຕ້ ແລະ ຕ່າງໜ້າສະຖານທູດ ສາທາລະນະລັດ ເກົາຫລີ ເຂົ້າຮ່ວມ.
ພິທີ ມອບ-ຮັບ ອຸປະກອນສະຖານີໄຟຟ້າໃນຮົ່ມ ໃຫ້ແກ່ສູນຝຶກອົບຮົມໄຟ້ຟ້າລາວໃນຄັ້ງນີ້ ເປັນກິດຈະກຳໜຶ່ງ ທີ່ປະກອບສ່ວນເຂົ້າໃນການສົ່ງເສີມການຮ່ວມມືລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫລີ ເພາະເປັນການຮ່ວມມື ລະຫວ່າງ ລັດວິສະຫະກິດ ໄຟຟ້າລາວ ແລະ ບໍລິສັດ ເຄັບໂກ້ KEPCO. ການຮ່ວມມືດັ່ງກ່າວ ບໍ່ພຽງແຕ່ເປັນການຊ່ວຍເຫຼືອສະເພາະແຕ່ດ້ານອຸປະກອນໄຟຟ້າເທົ່ານັ້ນ ແຕ່ຍັງກວມໄປເຖິງການຊ່ວຍເຫຼືອໃນການພັດທະນາບຸກລະຄາກອນ ແລະ ການສຶກສາປັບປຸງສະຖານີໄຟຟ້າແບບເກົ່າໃຫ້ເປັນສະຖານີໄຟຟ້າແບບໃໝ່. ຜ່ານການຮ່ວມມືໃນໄລຍະຜ່ານມາ, ເຫັນວ່າສາມາດຖອດຖອນໄດ້ບົດຮຽນ ແລະ ຜົນສຳເລັດຫລາຍດ້ານ ເຊັ່ນ: ການສົ່ງພະນັກງານໄປຝຶກອົບຮົມຢູ່ປະເທດ ສາທາະລະນະລັດ ເກົາຫລີ ແລະ ການສ້າງຫ້ອງຝຶກອົບຮົມ ເຫັນໄດ້ເຖິງຜົນສຳເລັດຂອງການຮ່ວມມືຄັ້ງນີ້ ບໍລິສັດ ເຄັບໂກ້ KEPCO ແລະ ໜ່ວຍງານ ໂກ້ຕາ KOTRA ທີ່ໄດ້ປະກອບສ່ວນຊ່ວຍເຫຼືອທາງດ້ານທຶນຮອນ, ອຸປະກອນ ແລະ ຄວາມຮູ້ຄວາມສາມາດເພື່ອພັດທະນາຂະແໜງພະລັງງານໄຟຟ້າ ໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເປັນການຍຸກຍູ້ໃຫ້ແກ່ພະນັກງານໄຟຟ້າລາວ ໄດ້ຮຽນຮູ້ນຳເອົາເຕັກໂນໂລຊີໃໝ່ເຂົ້າມານຳໃຊ້ ແລະ ພັດທະນາວຽກງານໄຟຟ້າຂອງຕົນໃຫ້ມີປະສິດທິພາບສູງ.
ບໍລິສັດ KEPCO ແລະ ໜ່ວຍງານ KOTRA ຍັງຈະສືບຕໍ່ຮ່ວມມື ກັບ ລັດວິສະຫະກິດໄຟຟ້າລາວ ໃຫ້ ກວ້າງຂວາງເລິກເຊິ່ງກວ່າເກົ່າ ແລະ ສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງກວ່າເກົ່າ.
Editor: ດາວໄຊ ສີວິໄລ