ເພື່ອເປັນການປະຕິບັດກົດໝາຍວ່າດ້ວຍການລົງທຶນຂອງລັດ ແລະ ເພື່ອຄວາມໂປງໃສໃນການຈັດຊື້ຈັດຈ້າງ. ໃນວັນທີ 25 ຕຸລາ 2017 ຢູ່ທີ່ຫ້ອງປະຊຸມຂອງຫ້ອງການແຜນການ ແລະ ການລົງທຶນເມືອງ ລະຄອນເພັງ ຄະນະກໍາມະການຄຸ້ມຄອງການລົງທຶນຂັ້ນເມືອງ ໄດ້ຈັດກອງປະຊຸມເປິດຊອງປະມູນ ໂຄງການກໍ່ສ້າງອາຄານດ່ານເຂົ້າ-ອອກເມືອງປາກຕາພານ ໂດຍການເປັນປະທານຂອງທ່ານ ແກ້ວຜາ ສີລາດວງໃຈ ຮັກສາການເຈົ້າເມືອງໆ ລະຄອນເພັງ ມີຄະນະກໍາມະການຄຸ້ມຄອງການລົງທຶນຂັ້ນເມືອງ, ບໍລິສັດຜູ້ເຂົ້າຮ່ວມປະມູນ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ.
ສໍາລັບໂຄງການກໍ່ສ້າງອາຄານດ່ານເຂົ້າ-ອອກເມືອງ ຈຸດບ້ານປາກຕາພານ ເມືອງລະຄອນເພັງ ແມ່ນໂຄງການທີ່ນໍາໃຊ້ທຶນພາຍໃນ 100% ໂດຍແມ່ນຫ້ອງວ່າການປົກຄອງເມືອງ ລະຄອນເພັງ ເປັນເຈົ້າຂອງໂຄງການ, ສໍາລັບ ໜ້າວຽກຂອງໂຄງການປະກອບມີ: ວຽກຖົມດິນ-ຈັດສວນສາທາລະນາ, ວຽກກໍ່ສ້າງອາຄານເຂົ້າ-ອອກດ່ານ 1 ຫຼັງ, ວຽກກໍ່ສ້າງອາຄານຄຸ້ມຄອງດ່ານ 1 ຫຼັງ, ກໍ່ສ້າງເຮືອນພັກພະນັກງານຕໍມໍ ແລະ ພະນັກງານພາສີ 2 ຫຼັງ, ວຽກກໍ່ສ້າງຫ້ອງນໍ້າສາທາ ລະນະ 1 ຫຼັງ ແລະ ວຽກກໍ່ສ້າງປ້ອມຍາມ 1 ຫຼັງ ລວມມູນຄ່າຂອງໂຄງການ 3 ຕື້ 500 ລ້ານກີບ. ຊຶ່ງໄດ້ຮັບການອະນຸມັດເຂົ້າແຜນຈາກສະພາໃນຕົ້ນປີ 2017 ຜ່ານມາ. ໂດຍພາຍຫຼັງໂຄງການໄດ້ຮັບການອະນຸມັດຈາກສະພາແລ້ວ ຄະນະກໍາມະການຄຸ້ມຄອງການລົງທຶນຂັ້ນເມືອງ ໄດ້ອອກປະກາດແຈ້ງການ ແລະ ເປີດຂາຍຊອງປະມູນໂຄງການ ຊຶ່ງໃນເບື້ອງຕົ້ນມີ 4 ບໍລິສັດ ແຈ້ງເຈດຈໍານົງເຂົ້າຮ່ວມປະມູນໂຄງການ ແລະ ຢື່ນຊອງຮ່ວມປະ ມູໂຄງການຕົວຈິງ 3 ບໍລິສັດ ຄື: ບໍລິສັດ ສອນກໍ່ສ້າງ ແລະ ສ້ອມແປງ ຈາກແຂວງເຊກອງ, ບໍລິສັດ ຊະນະສະຫວັນກໍ່ສ້າງຈາກແຂວງ ສະຫວັນນະເຂດ ແລະ ບໍລິສັດ ຊະນະໄຊກໍ່ສ້າງ.
ຜ່ານການເປີດຊອງປະມູນຕົວຈິງ ເຫັນວ່າທັງ 3 ບໍລິສັດ ໄດ້ສະເໜີລາຄ່າປະມູນ ຕໍາກວ່າລາຄາກາງ ທີ່ສະພາອະນຸມັດ (3.500.000.000 ກີບ). ໂດຍ ບໍລິສັດ ສອນກໍ່ສ້າງ ແລະ ສ້ອມແປງສະເໜີລາຄາປະມູນ 3.474.536.683 ກີບຕໍ່າກວ່າລາຄາກາງ 25.463.319 ກີບ, ບໍລິສັດ ຊະນະສະຫວັນກໍ່ສ້າງສະເໜີລາຄາປະມູນ 3.436.409.361 ກີບຕໍ່າກວ່າລາຄາກາງ 63.590.369 ກີບ ແລະ ບໍລິສັດຊະນະໄຊກໍ່ສ້າງສະເໜີລາຄາປະມູນ 3.434.784.532 ກີບ.ສໍາລັບ ການປະມູນໂຄງການໃນຄັ້ງນີ້ ນອກຈາກ, ເບິ່ງສ່ວນຕ່າງໃນການສະເໜີລາຄາແລ້ວ ທາງຄະນະກໍາມະການຄຸ້ມຄອງການລົງທຶນ ຍັງຈະໄດ້ກວດກາເບິ່ງບັນດາມາດຖານເງຶ່ອນໄຂຂອງບໍລິສັດ ທີ່ເຂົ້າຮ່ວມການປະມູນຕື່ມອີກ ສະນັ້ນ, ຜົນການປະມູນແມ່ນຈະໄດ້ແຈ້ງໃຫ້ຮູ້ຕາມພາຍຫຼັງ ແລະ ຄາດວ່າຈະຮູ້ຜົນການປະມູນໄດ້ພາຍໃນ 5 ວັນ.
Editor: ດາວໄຊ ສີວິໄລ