ລັດຖະບານ ໄດ້ພິຈາລະນາງົບປະມານເບື້ອງຕົ້ນ 1.300 ກວ່າຕື້ີກີບ ເຂົ້າໃສ່ວຽກພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກໃນປີ 2018 ລວມເກືອບ 1.200 ໂຄງການ ໃນນີ້ ຍັງບໍ່ລວມເງິນກູ້ດອກເບ້ຍຕໍ່າຈາກທະນາຄານນະໂຍບາຍ.
ລັດຖະບານມີຄວາມມຸ້ງໝັ້ນທີ່ຈະແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນໃຫ້ໝົດໄປໂດຍໄວທີ່ສຸດ ປີ 2018 ນີ້ຈິ່ງຈັດສັນງົບປະມານອີກ 1364,49 ຕື້ກີບ ເພື່ອນໍາໃຊ້ເຂົ້າໃນການວຽກງານພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກ ໃນນັ້ນ ເປັນທຶນພາຍໃນ 593,35 ຕື້ກີບ ແລະ ທຶນຕ່າງປະເທດ 771,44 ຕື້ກີບ.
ສະເພາະທຶນພາຍໃນ ແມ່ນໄດ້ແບ່ງງົບປະມານເປັນແຕ່ລະໂຄງການ ຄື: ທຶນສຳລັບພັດທະນາຊາຍແດນລາວ-ຫວຽດນາມ 95 ໂຄງການເປັນມູນຄ່າ 28,80 ຕື້ກີບ, ທຶນຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນທີ່ຖາວອນໃຫ້ແກ່ປະຊາຊົນບັນດາເຜົ່າຈຳນວນ 53 ໂຄງການທຶນພາຍໃນ 15,3 ຕື້ກີບ, ກອງທຶນຫຼຸດຜ່ອນຄວາມທຸກຍາກ ບ້ວງສູນກາງຄຸ້ມຄອງມີ 38 ໂຄງການທຶນພາຍໃນ 11 ຕື້ກີບ, ທຶນແກ້ໄຂຄວາມທຸກຍາກ 71 ຈຸດສຸມ ມີ 337 ໂຄງການເປັນທຶນພາຍໃນ 72 ຕື້ກີບ, ທຶນຈັດສັນພູມລໍາເນົາ 145 ຈຸດສຸມ ມີ 129 ໂຄງການ ທຶນພາຍໃນ 33,66 ຕື້ກີບ ທຶນສຳລັບການຄ້ຳປະກັນສະບຽງອາຫານມີ 61 ໂຄງການເປັນທຶນພາຍໃນ 150 ຕື້ກີບ.
ສຳລັບປີ 2017 ນີ້ໄດ້ນຳໃຊ້ງົບປະມານເຂົ້າໃສ່ວຽກງານພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກຂອງປະຊາຊົນ ທັງໄດ້ລົງທຶນຄ້ຳປະກັນສະບຽງອາຫານ ແລະ ທຶນຈາກໂຄງການນ້ຳເທິນ2 ລວມເປັນເງິນທັງໝົດ1.540 ຕື້ກີບໃນຈຳນວນນີ້ ເປັນທຶນພາຍໃນ 335 ຕື້ກີບ. ການລົງທຶນສ່ວນໃຫຍ່ແມ່ນສຸມໃສ່ໂຄງການກໍ່ສ້າງພື້ນຖານໂຄງລ່າງ, ສົ່ງເສີມວິຊາການຜູ້ຈະລົງໃຫ້ການຊ່ວຍເຫຼືອການຜະລິດເປັນສິນຄ້າ ສ້າງລາຍຮັບໃຫ້ປະຊາຊົນໃນເຂດຊົນນະບົດແລະຫ່າງໄກສອກຫຼີກ ເພື່ອສາມາດຫຼຸກພົ້ນອອກຈາກຄວາມທຸກຈົນໄດ້ເທື່ອລະກ້າວ.
Editor: ຂ່າວອອນລາຍ