ທ່ານ ບຸນຮຽງ ດວງບຸດທອງ ຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫົວພັນ ເປີດເຜີຍວ່າ: ການຈັດຕັ້ງປະຕິບັດວຽກງານໄຟຟ້າໃນໄລຍະ 9 ເດືອນຜ່ານມາ ທົ່ວແຂວງຫົວພັນ ໄດ້ໃຊ້ໄຟຟ້າແລ້ວ 10 ເມືອງ ກວມເອົາ 535 ບ້ານ ໄດ້ໃຊ້ໄຟຟ້າ ກວມ 73.51% ຂອງຈຳນວນບ້ານທີ່ໄດ້ຊົມໃຊ້ໄຟຟ້າທົ່ວແຂວງ, ກວມເອົາ 36,916 ຄອບຄົວ, ກວມເອົາ 73.90% ຂອງຈໍານວນຄອບຄົວ. ໃນນັ້ນ, ມີຕາຂ່າຍໄຟຟ້າແຮງກາງ 22 ກິໂລໂວນ ແລະ 35 ກິໂລໂວນ, ມີຄວາມຍາວທັງໝົດ 1,798 ກິໂລແມັດ, ມີຕາຂ່າຍແຮງຕໍ່າ 0.4 ກິໂລໂວນ, ຄວາມຍາວ 533 ກິໂລແມັດ, ມີໝໍ້ແປງທັງໝົດ 898 ໜ່ວຍ, ມີໝໍ້ນັບໄຟທັງໝົດ 39,253 ໜ່ວຍ. ສ່ວນການຊື້ກະແສໄຟຟ້າ 31 ລ້ານກວ່າກິໂລວັດໂມງ ທຽບໃສ່ແຜນການປີປະຕິບັດໄດ້ 71% ເປັນເງິນທັງໝົດ 17 ຕື້ກວ່າກີບ ທຽບໃສ່ແຜນການປີປະຕິບັດໄດ້ 72%, ສ່ວນການຈໍາໜ່າຍພະລັງງານໄຟຟ້າໄດ້ 28 ລ້ານ ກວ່າກິໂລວັດໂມງ ທຽບໃສ່ແຜນການປີປະຕິບັດໄດ້ 72%, ຈຳໜ່າຍພະລັງງານໄຟຟ້າເປັນເງິນ 18 ຕື້ກວ່າກີບ ທຽບໃສ່ແຜນການປີປະຕິບັດໄດ້ 67%, ມີພະລັງງານຕົກເຮ່ຍ 10.24%.
ພ້ອມດຽວກັນນັ້ນ, ໃນ 3 ເດືອນທ້າຍປີ ໄຟຟ້າແຂວງຫົວພັນ ຈະສູ້ຊົນຈັດຕັ້ງປະຕິບັດໂຄງການຂະຫຍາຍໄຟຟ້າເຂົ້າ 5 ບ້ານ, ກຸ່ມບ້ານນາພຽງ ເມືອງແອດ, ແຂວງຫົວພັນ ປະກອບມີ 5 ບ້ານ, ມີຈຳນວນຄົວເຮືອນ 238 ຄອບຄົວ ໃຫ້ໄດ້ໃຊ້ໄຟຟ້າໃນງົບປະມານ 3.8 ຕື້ກວ່າກີບ ແລະ ຈັດຕັ້ງປະຕິບັດຂະຫຍາຍຕາຂ່າຍໄຟຟ້າເຂົ້າບ້ານສົບກ່າ, ເມືອງຊໍາເໜືອ, ແຂວງຫົວພັນ ໃຫ້ສຳເລັດ ເຊິ່ງໂຄງການດັ່ງກ່າວມີມູນຄ່າການກໍ່ສ້າງ 1 ຕື້ກວ່າກີບ, ມີຈຳນວນຄົວເຮືອນຈະໄດ້ໃຊ້ໄຟຟ້າ 40 ຄອບຄົວ ເຊິ່ງສອງໂຄງການດັ່ງກ່າວເປັນງົບປະມານຂອງລັດວິສາຫະກິດໄຟຟ້າລາວ ປະຈຳປີ 2017. ໃນນັ້ນ, ຍັງຕ້ອງໄດ້ເອົາໃຈໃສ່ຊຸກຍູ້ ແລະ ຕິດຕາມໂຄງການໆລົງທຶນຂອງລັດຈຳນວນ 5 ໂຄງການ ບໍລິສັັດທີ່ພວມຈັດຕັ້ງປະຕິບັດຢູ່ ແຂວງຫົວພັນ ໃຫ້ມີຜົນສຳເລັດໄວ ແລະ ມີຄຸນນະພາບ.
ຄາດວ່າໝົດປີ 2017 ທົ່ວແຂວງຫົວພັນ ຈະມີບ້ານທີ່ໄດ້ໃຊ້ໄຟຟ້າເພີ່ມຂຶ້ນ 20 ບ້ານ ເທົ່າກັບ 76.65% ຂອງຈຳນວນບ້ານໃນທົ່ວແຂວງ, ຈຳນວນຄົວເຮືອນຈະໄດ້ຊົມໃຊ້ໄຟຟ້າຫຼາຍຂຶ້ນ 730 ຄອບຄົວ ເທົ່າກັບ 75% ຂອງຈໍານວນຄົວເຮືອນໃນທົ່ວແຂວງ. ພ້ອມນັ້ນ, ທາງດ້ານລັດວິສາຫະກິດໄຟຟ້າລາວ ສາຂາຫົວພັນ ຍັງຈະໄດ້ເອົາໃຈໃສ່ວຽກງານການຄຸ້ມຄອງ, ການບໍລິການໄຟຟ້າໃຫ້ສັງຄົມໄດ້ວ່ອງໄວ, ທັນການ ແລະ ມີຄວາມປອດໄພ, ເອົາໃຈໃສ່ເກັບກູ້ໜີ້ສິນຄ່າກະແສໄຟຟ້າໃຫ້ໄດ້ດີທີ່ສຸດ ຄາດວ່າໜີ້ສິນຄ່າກະແສໄຟຟ້າຮອດທ້າຍປີ 2017 ບໍ່ໃຫ້ເກີນ 200 ລ້ານກີບ.
Editor: ຕະວັນ ແສງສະຫວັນ