ໃນຄັ້ງວັນທີ 25 ຕຸລາ 2017 ຜ່ານມານີ້, ທ່ານ ເອກອັກຄະລັດຖະທູດເຢຍລະມັນ ປະຈຳລາວ ພ້ອມຄະນະ ໄດ້ເຂົ້າຢ້ຽມຢາມ ພົບປະກັບປະທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ແລະ ອາສາສະໝັກການຢ້ຽມຢາມຄັ້ງນີ້ ແມ່ນ ທ່ານໄດ້ມາຢ້ຽມຊົມຈຸດປະຈຳການ ເຂດດົງໂດກ, ສູນສັ່ງການ 1623 ແລະ ຢ້ຽມຊົມ ລົດແລນກູເຊີ (Land Cruiser) ຈໍານວນ 2 ຄັນ ທີ່ທາງສະຖານທູດເຢຍລະມັນ ໄດ້ມອບໃຫ້ກ່ອນໜ້ານີ້, ເຊີ່ງທາງມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ດູແລຮັກສາເປັນຢ່າງດີ ແລະ ດັດແປງໃຫ້ເປັນລົດສື່ສານເຄື່ອນທີ່ ເພື່ອໃຫ້ງ່າຍ ແລະ ສະດວກຕໍ່ການສື່ສານ ໃນຂອບເຂດທີ່ໄປຊ່ວຍເຫຼືອ ເຊັ່ນ: ເຂດທຸລະກັນດານ, ໄພພິບັດຕ່າງໆ ທີ່ຕັດຂາດການສື່ສານ ແລະ ອຸບັດຕິເຫດໃຫຍ່ໆ ເຊັ່ນ: (ລົດປີ້ນ,ໄຟໃຫມ້, ຄົນຈົມນໍ້າ..). ເຊີ່ງລົດຄັນດັ່ງກ່າວນີ້ແມ່ນສາມາດລົງໄປສູ່ເຂດກັນດານໄດ້, ເປັນລົດສັ່ງການ ແລະ ສື່ສານເຄື່ອນທີ່ ເພື່ອສະດວກໃນການສື່ສານປະສານງານໃນຈຸດເກີດເຫດ.
ຕອນທ້າຍ ທ່ານທູດ ເຢຍລະມັນ ຍັງໄດ້ຍ້ອງຍໍ ຊົມເຊີຍຕໍ່ການຊີ້ນໍາ-ນໍາພາຂອງປະທານມູນນິທິ ກໍ່ຄື ຄະນະບໍລິຫານງານ ແລະ ອາສາສະໝັກທຸກພາກສ່ວນ ທີ່ໄດ້ຕັ້ງໜ້າປະຕິບັດຕໍ່ຫນ້າທີ່ຂອງຕົນຢ່າງເຂັ້ມງວດ ສຳເລັດຕໍ່ໜ້າທີ່ ທີ່ໄດ້ມອບໝາຍໃຫ້ຢ່າງເຕັມເມັດເຕັມໜ່ວຍ, ແລະ ຕາງໜ້າປະທານມູນນິທິ ກໍ່ຄືໜ່ວຍກູ້ໄພ 1623 ແລະ ອາສາສະໝັກທຸກພາກສ່ວນ ໄດ້ສະແດງຂອບໃຈມາຍັງ ທ່ານ ເອກອັກຄະລັດຖະທູດເຢຍລະມັນ ທີ່ ໄດ້ໃຫ້ຄວາມສຳຄັນ ແລະ ເຫັນການຊ່ວຍເຫຼືອສັງຄົມເປັນສີ່ງທີ່ຈຳເປັນ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ທຸກຄົນກໍ່ຈະສືບຕໍ່ເຮັດດີຕໍ່ໄປຢ່າງສຸດຄວາມສາມາດ.
Editor: ກຳປານາດ ລັດຖະເຮົ້າ