ຈຸດສຸມລາດຫໍ້ ເມືອງເຊໂປນ ໄດ້ຈັດພີທີປະກາດການຈັດຕັ້ງຂື້ນຢ່າງເປັນທາງການ,ເມື່ອບໍ່ດົນມານີ້, ໃນພີທີ ທ່ານ ຄູນພະຈັນ ຄະນະຈັດຕັ້ງເມືອງເຊໂປນ ຂື້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງເຊໂປນ ເລກທີ318/ຄປພມ, ຊປລົງວັນທີ 9 ຕຸລາ 2017 ແລະ ຂໍ້ຕົກລົງຂອງ ທ່ານເຈົ້າເມືອງເຊໂປນ ເລກທີ 494/ຈມ, ຊປ ລົງວັນທີ 9 ຕຸລາ 2017 ວ່າດ້ວຍບົ່ງຕົວແຕ່ງຕັ້ງສະຫາຍ ຄໍາປະສົງ ສິມມະວົງ ເປັນເລຂາຄະນະພັກຮາກຖານ, ຫົວໜ້າຈຸດສຸມພັດທະນາລາດຫໍ້ຄົນ ໃໝ່,ຈາກນັ້ນຕາງໜ້າຄະນະຈຸດສຸມກໍ່ໄດ້ຂື້ນລາຍງານການຈັດຕັ້ງປະຕິບັດ ວຽກງານໃນໄລຍະຜ່ານມາແລະ ເຊັນບົດບັນທຶກຮ່ວມກັນ, ຊ້ອງໜ້າ ທ່ານ ບຸນມາ ໄຊຍະກຸລາງ ຮອງເລຂາພັກເມືອງ,ປະທານແນວລາວສ້າງຊາດເມືອງ, ມີບັນດາທ່ານຫົວໜ້າ, ຄະນະຈັດຕັ້ງເມືອງພາກສ່ວນກ່ຽວຂ້ອງ,ພະນັກງານສາມສ້າງ, ຄະນະພັກ, ຄະນະບ້ານ, ການຈັດຕັ້ງທຸກຂັ້ນຂອງບ້ານ ແລະ ພໍແມ່ປະຊາຊົນເປັນສັກຂິພີຍານນໍາດ້ວຍ.
ສຸດທ້າຍ ທ່ານ ບຸນມາ ໄຊຍະກຸລາງ ຮອງເລຂາພັກເມືອງ, ປະທານແນວລາວສ້າງຊາດເມືອງເຊໂປນ ໄດ້ໃຫ້ກຽດຂື້ນໂອ້ລົມ ແລະ ໃຫ້ທິດເຍື່ອງທາງແກ່ຄະນະຈຸດສຸມຊຸດໃໝ່ ຈົ່ງພ້ອມກັນເອົາໃຈໃສ່ກໍາແໜ້ນກ່ຽວກັບສິດ, ໜ້າທີ່ພາລະບົດບາດຂອງຕົນ, ສຸມທຸກສະຕິປັນຍາຄວາມຮູ້ຄວາມສາມາດສ້າງສາພັດທະນາຈຸດສຸມລາດຫໍ້ໃຫ້ກາຍເປັນບ້ານພັດທະນາແລະຕົວເມືອງນ້ອຍໃນຕໍ່ໜ້າ,ສ້າງແຜນງານລະອຽດ,ເຮັດວຽກເປັນໝູ່ຄະນະ, ປຸ້ມລຸມຄວາມສາມັກຄີພາຍໃນແລະພາຍນອກ, ມີຄວາມສະຫງົບປອດໄພໂດຍພື້ນຖານເອົາໃຈໃສ່ປັບປຸງການຈັດຕັ້ງທຸກຂັ້ນຂອງບ້ານໃຫ້ເຂັ້ມແຂງຮອບດ້ານ, ນໍາເອົາແນວທາງຂອງພັກ-ລັດ, ມະຕິ,ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາຕ່າງໆລົງເຜີຍແຜ່ໃຫ້ປະຊາຊົນຮັບຮູ້ຢ່າງກ້ວາງຂວາງ, ຊຸກຍູ້ປະຊາຊົນທໍາການຜະລິດໃຫ້ກາຍເປັນສິນຄ້າໂດຍອີງໃສ່ທ່າແຮງຂອງບ້ານຕາມຄວາມເໝາະສົມຫລຸດພົ້ນອອກຈາກຄວາມທຸກຍາກຢ່າງສີ້ນເຊີ້ງ.
Editor: ກຳປານາດ ລັດຖະເຮົ້າ