ເມື່ອບໍ່ດົນມານີ້ ຢູ່ທີ່ສະໂມສອນຂອງແຂວງຈໍາປາສັກ, ໄດ້ຈັດພິທີໂຮມຊຸມນຸມ ສະຫລອງວັນ ຄົນພິການແຫ່ງຊາດ ແລະ ວັນຜູ້ອາຍຸສູງ, ໂດຍມີການນຳຂອງແຂວງ, ພະນັກງານ, ທະຫານ,ຕຳຫລວດ ນັກສຶກສາ ແລະ ພະນັກງານອາວຸໂສບຳນານເຂົ້າຮ່ວມ.
ໃນພິທີ ທ່ານ ຄໍາໃສ ໜື່ນຫລວງ ຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງ ຈຳປາສັກ ໄດ້ຂຶ້ນກ່າວຄໍາປາໃສ ຕໍ່ທີ່ຊຸມນຸມ ໂດຍຍົກໃຫ້ເຫັນຄວາມໜາຍສໍາຄັນຂອງການສະເຫລີມສະຫລອງ ວັນຄົນພິການແຫ່ງຊາດ ແລະ ວັນຜູ້ອາຍຸສູງ ທີ່ໄດ້ກຳນົດໄວ້ໃນດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 137/ ນຍ ລົງວັນທີ 18 ເມສາ 2014 ເຊິ່ງໄດ້ກຳນົດເອົາວັນທີ 27 ກັນຍາ ຂອງທຸກໆປີ ເປັນວັນຄົນພິການແຫ່ງຊາດ ແລະ ວັນທີ 1 ຕຸລາ ເປັນວັນຜູ້ອາຍຸສູງ ເຊິ່ງຍາມໃດ ພັກ -ລັດຖະບານລາວ ກໍ່ໃຫ້ຄວາມສຳຄັນ ແລະ ໃຫ້ໂອກາດ ຜູ້ທີ່ພິການ ໄດ້ມີໂອກາດເຂົ້າຮ່ວມໃນກິດຈະກຳຕ່າງໆ,ໃຫ້ຄວາມຮ່ວງໃຍ ຊ່ວຍເຫລືອ ແລະ ໃຫ້ການດູແລເບີ່ງແຍງ ແລະ ພັັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ, ໂດຍເຫັນໄດ້ຄວາມສໍາຄັນຕໍ່ຄົນພິການ ແລະ ຜູ້ອາຍຸສູງ ລັດຖະບານລາວ ຈິ່ງໄດ້ໃຫ້ສັດຕະຍາບັນ ເຂົ້າເປັນພາຄີຂອງສົນທິສັນຍາ ວ່າດ້ວຍ ສິດທິຂອງຄົນພິການ ໃນປີ 2009 ແລະ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ປະຕິບັດແຜນ ທົດສະຫວັດ ແຫ່ງການພັດທະນາຄົນພິການຂອງພາກພື້ນອາຊີ-ປາຊີຟີກ, ແຜນຍຸດທະສາດອີນຊອນ ວ່າດ້ວຍເຮັດໃຫ້ສິດຂອງຄົນເປັນພິການເປັນຈິງ ໄລຍະແຕ່ 2013-2022 ແລະ ແຜນຍຸດທະສາດ ສະຫວັດດີການ ແລະ ພັດທະນາອາຊຽນ ໄລຍະແຕ່ປີ 2016-2020 ໃຫ້ເປັນຮູບປະທຳຢ່າງແທ້ຈິງ.
ທີມຂ່າວແຂວງ ຈຳປາສັກ
Editor: ກຳປານາດ ລັດຖະເຮົ້າ