ບຸນກະຖິນ ແມ່ນບຸນສົ່ງເສີມພຸດທະສາສະຫນາ ອີກບຸນຫນື່ງ ທີ່ເຮັດໃຫ້ພະສົງ-ສາມະເນນ ມີຜ້າໄຕຈິວອນນຸ່ງຫົ່ມ, ມີກຳນົດການພາຍໃນ 1 ເດືອນ ພາຍຫລັງສິ້ນສຸດບຸນອອກພັນສາປະວໍລະນາ, ການເຮັດບຸນກະຖິນສາມາດເຮັດໄດ້ໃນນາມສ່ວນບຸກຄົນ ແລະ ໃນນາມສ່ວນລວມ, ສວນລວມ ເອີ້ນວ່າ: ມະຫາກະຖິນ ແລະ ສ່ວນບຸຄົນເອີ້ນວ່າ: ຈຸນລະກະຖິນ ແຕ່ລວມຄວາມແລ້ວ ກໍ່ແມ່ນບຸນກະຖິນເຊັ່ນດຽວກັນ, ການເຮັດບຸນກະຖິນ ມີການປັກ ຫລື ຈອງຫົວວັດໄວ້ ເພື່ອຈະໄດ້ໄປທອດຕາມນັດຫມາຍ. ການທອດກະຖິນວັດຫນຶ່ງສາມາດທອດໄດ້ແຕ່ກອງດຽວ ຖ້າທອດ ສອງກອງ ແມ່ນຖືວ່າຜິດວິໄນທາງສົງ.
ການແຫ່ກອງກະຖິນ ແມ່ນສາມາດນໍາໃຊ້ພາຫານະຕາມຄວາມເຫມາະສົມ ບໍ່ວ່າຈະເປັນທາງລົດ, ທາງເຮືອ ຫລື ຄົນ, ພ້ອມທັງມີເຄື່ອງເສບດົນຕຣີ ມະໂຫລີ ຂະບວນຟ້ອນໄປພ້ອມໆກັນ ຢ່າງຄຶກຄື້ນມ່ວນຊື່ນ, ເມື່ອໄປຮອດວັດແມ່ນຈະມີການຕ້ອນຮັບຈາກພະສົງ ແລະ ຊາວບ້ານ, ຈາກນັ້ນ ແມ່ນໄດ້ແຫ່ອ້ອມພັດທະສິມມາ ເປັນເວລາ 3 ຮອບ ຈິ່ງນໍາເອົາກອງກະຖິນຂື້ນໄປຸະຫວາຍເທີງສິມ ຈີ່ງຖືວ່າ ຈົບພິທີ.
Editor: ກຳປານາດ ລັດຖະເຮົ້າ