ຜ່ານການຜັນຂະຫຍາຍ ກົດລະບຽບການຄຸ້ມຄອງ ແລະ ນຳໃຊ້ ຢາປາບສັດຕູພືດ ສະບັບເກົ່າ ເຫັນວ່າຍັງ ມີຊ່ອງວ່າງທີ່ບໍ່ທັນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ. ເພື່ອແກ້ໄຂບັນຫາທີ່ຄົງຄ້າງດັ່ງກ່າວນັ້ນ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຍົກ ຂໍ້ຕົກລົງ ຂອງລັດຖະມົນຕີ ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ຢາປາບສັດຕູພືດ ຂຶ້ນເປັນ ດຳລັດວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ, ສະບັບເລກທີ 258/ລບ, ລົງວັນທີ່ 24 ສິງຫາ 2017.
ດັ່ງນັ້ນ, ໃນວັນທີ 24 ຕຸລາ 2017 ຜ່ານມາ ທີ່ໂຮງແຮມ ເມືອງແທ໋ງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ເຜີຍແຜ່ ແລະ ປຶກສາຫາລື ການຈັດຕັ້ງປະຕິບັດ ດຳລັດ ວ່າດ້ວຍ ການຄຸ້ມຄອງ ຢາປາບສັດຕູພືດ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນຂວາງ ຄຳບຸນເຮືອງ, ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສະຕີເຟັ້ນ ຣູດກາດ, ຜູ້ຕາງໜ້າ ອົງການ ອາຫານ ແລະ ການກະເສດ ປະຈຳ ສປປ ລາວ, ພ້ອມດ້ວຍ ຫົວໜ້າ, ຮອງຫົວໜ້າກົມ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ສັງກັດລັດລັດຖະບານ, ພາກສ່ວນຜູ້ປະກອບການ ແລະ ພະນັກງານ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມ ຄັ້ງນີ້, ເພື່ອແຈ້ງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງໄດ້ຮັບຊາບກ່ຽວກັບ ການຄຸ້ມຄອງ ຢາປາບສັດຕູພືດ ຢູ່ໃນ ສປປ ລາວ ແລະ ນຳສະເໜີ ລະບຽບການອັນໃໝ່ ທີ່ກ່ຽວຂ້ອງ. ກອງປະຊຸມທ່ານປະທານຍັງ ໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນ ທີ່ທ່າມກາງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍກົດໝາຍ ວ່າດ້ວຍການຄຸ້ມຄອງເຄມີ, ກົດໝາຍວ່າດ້ວຍ ການປ້ອງກັນ ແລະ ການກັກກັນພືດ ທີ່ປະກາດໃຊ້ໃນທ້າຍປີ 2016 ຜ່ານມານີ້, ການຄຸ້ມຄອງ, ການສະໜອງ ແລະ ນຳໃຊ້ຢາປາບສັດຕູພືດ, ຊຶ່ງເປັນສານເຄມີ ທີ່ນຳໃຊ້ ໃນການກະສິກຳຢ່າງຫຼວງຫຼາຍ ລວມທັງຢາຂ້າຫຍ້າ ທີ່ກຳລັງມີບັນຫາ ໃນປະຈຸບັນ. ການຈັດຕັ້ງປະຕິບັດ ດຳລັດສະບັບນີ້ ຈະສຳເລັດ ໄດ້ກໍ່ຕໍ່ເມື່ອ ທຸກຂະແໜງການອ້ອມຂ້າງ ທີ່ກ່ຽວຂ້ອງ ແລະ ບໍ່ກ່ຽວຂ້ອງ ພ້ອມທຸກພາກສ່ວນເສດຖະກິດ ຕ້ອງໄດ້ໃຫ້ການຮ່ວມມື ແລະ ປະກອບສ່ວນນຳກັນ ໃນການຄຸ້ມຄອງທຸກຂະບວນການ ທີ່ກ່ຽວຂ້ອງກັບ ຢາປາບສັດຕູພືດ ເພື່ອຫຼຸດຜ່ອນ ຄວາມສ່ຽງທີ່ເປັນອັນຕະລາຍຕໍ່ສຸຂະພາບ ຂອງຄົນ, ສັດ ແລະ ສິ່ງແວດລ້ອມ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
Editor: ກຳປານາດ ລັດຖະເຮົ້າ