ໃນວັນທີ 23/10/2017 ຜ່ານມາ ເກີດເຫດເສັ້ນທາງຂາດເຄິ່ງລະຫວ່າງບ້ານກ້ອນຕື່ນ ເມືອງປາກທາ ແຂວງບໍ່ແກ້ວ ຫາ ບ້ານປາກຄອບ ເມືອງຄອບ ແຂວງໄຊຍະບູລີ ພາຍຫລັງຝົນຕົກແຮງ 2 ວັນຂອງຄຳຄືນວັນທີ 22 ຕຸລາ 2017 ນີ້ ຈິ່ງເກີດມີນ້ຳປ່າໄຫຼຊຸແຮງຖ້ວມເນື້ອທີການຜະລິດ ຂອງພໍ່ແມ່ປະຊາຊົນ ເມືອງປາກທາ ເສຍຫາຍຫຼາຍສົມຄວນ
ສະນັ້ນ ໃນວັນທີ 23 ຕຸລາ ນີ້ ທ່ານ ສຸໄລ ດວງຜາຄຳ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆປາກທາ ພ້ອມຄະນະ ໄດ້ລົງຕິດຕາມກວດກາຕົວຈິງ ຜົນເສຍຫາຍການຜະລິດເຂົ້ານາຂອງພໍ່ແມ່ປະຊາຊົນ ກຸ່ມກ້ອນຕືນ-ຈຽງຕອງ ເມືອງປາກທາ ຜ່ານການລົງກວດກາຄັ້ງນີ້ເຫັນວ່າ: ໄດ້ມີນ້ຳຫ້ວຍໂຊະ ແລະ ນ້ຳຫ້ວຍໂຄດ ໄຫຼນອງ ຊຸຖ້ວມເນື້ອທີນາ ພັດເອົາກອງເຂົ້າ, ຝ່ອນເຂົ້າ ຂອງພໍ່ແມ່ປະຊາຊົນ 5 ບ້ານພາຍໃນກຸ່ມຄື: ບ້ານຈຽງຕອງ, ບ້ານດົງ, ບ້ານປາງງສາ, ບ້ານປາກໂຊະ, ບ້ານກ້ອນຕືນ ແລະ ບ້ານຫ້ວຍໂຄດທີ່ພ່ວມເກັບກ່ຽວເຂົ້າ ກອງໄວ້ລຽບຕາມທົງນາ ແຄມນ້ຳຫ້ວຍຖືກໄຫຼຊຸໄປນຳສາຍນ້ຳດັ່ງກ່າວ ພ້ອມນີ້ ຍັງມີເສັ້ນທາງ ແຕ່ບ້ານກ້ອນຕືນ ເມືອງປາກທາ ຫາ ເມືອງຄອບ ແຂວງໄຊຍະບູລີ ຖືກຕັດຂາດ 1 ຈຸດ ຕໍ່ກັບຜົນເສຍຫາຍການຜະລິດຂອງພໍ່ແມ່ປະຊາຊົນເຂດດັ່ງກ່າວນັ້ນ ທາງຫ້ອງການທີ່ກ່ຽວຂ້ອງພ່ວມຂຸ້ນຂ້ຽວລົງປະມີນຜົນເສຍຫສຍ ແລະ ເສັ້ນທາງຖືກຕັດຂາດນັ້ນທາງບໍລີສັດຮັບຜິດຊອບໄດ້ດຳເນີນການສ້ອມແຊ່ມແລ້ວ ພ້ອມທັງແກ້ໄຂທາງເວັ້ນໃຫ້ພໍ່ແມ່ປະຊາຊົນໄດ້ທ່ຽວໄປມາຕາມປົກກະຕິ.
Editor: ກຳປານາດ ລັດຖະເຮົ້າ