ໂຮງຮຽນປະຖົມສົມບູນບ້ານໂພນໄຊ ເມືອງວັງວຽງ, ແຂວງວຽງຈັນ, ໄດ້ມີພິທີມອບຄອມພີວເຕີ ແລະ ອຸປະກອນການຮຽນໂດຍການເຂົ້າຮ່ວມຂອງ ທ່ານນາງ ຄຳຮຸ່ງ ທິບພະວົງ ຄະນະປະຈຳພັກເມືອງ ປະທານກວດກາພັກ-ລັດເມືອງ,ມີ ທ່ານ ອຳພອນ ອຸໄທທິດ ເລຂາຄະນະພັກຮາກຖານຫົວຫນ້າກຸ່ມນາລ່ອງກວ່ງ, ມີຕ່າງໜ້າຫ້ອງການສຶກສາ ແລະ ກິລາເມືອງ, ມີທ່ານຕຸ້ຍເຈົ້າຂອງຮ້ານອາຫານສະກຸລະພ້ອມດ້ວຍທີມງານ, ມີອໍານາດການຈັດຕັ້ງທັງ 2 ບ້ານ, ຄູອາຈານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.
ຈຸດປະສົງໃນການມອບຄອມພີວເຕີ ແລະ ອຸປະກອນການຮຽນໃນຄັ້ງນີ້ ແມ່ນເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ ໂຮງຮຽນ ໄດ້ມີຄອມພິວເຕີນຳໃຊ້ ແລະ ໃຫ້ນ້ອງນ້ອຍນັກຮຽນໄດ້ມີອຸປະກອບການຂຽນເຂົ້າໃນການຮ່ຳຮຽນ, ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ມີຄອມພິວເຕີ 2 ຊຸດ, ປິ່ນເຕີ 2 ໜ່ວຍ, ປື້ມຂຽນ 200 ກວ່າຫົວ ແລະ ສໍດຳ, ບັນທັດ, ໂຮງຟາຍສໍ, ຢາງລຶບ, ສໍຂາວ ລວມມູນຄ່າທັງໝົດ 9 ລ້ານກວ່າກີບ.
ໃຫ້ກຽດມອບເຄື່ອງຊ່ວຍເຫຼືອ ໂດຍແມ່ນ ທ່ານ ຕຸ້ຍ ເຈົ້າຂອງຮ້ານອາຫານສະກຸລະ ແລະໃຫ້ກຽດກ່າວຮັບໂດຍແມ່ນ ທ່ານ ອຳນວຍການທັງ 2 ໂຮງຮຽນພ້ອມດ້ວຍຕ່າງໜ້າການຈັດຕັ້ງບ້ານທັງ 2 ບ້ານ, ໃນຕອນທ້າຍ ທ່ານນາງ ຄຳຮຸ່ງ ທິບພະວົງ ຄະນະປະຈຳພັກເມືອງ ປະທານກວດກາພັກ-ລັດເມືອງ ຍັງໃຫ້ກຽດໂອ້ລົມຕໍ່ພິທີ ວ່າ: ໃຫ້ທັງ 2 ໂຮງຮຽນ ຈົ່ງປົກປັກຮັກ ແລະ ນຳໃຊ້ເຄືອງທີໄດ້ມາໃຫ້ມີພະສິດທີພົນ ແລະ ນຳໃຊ້ໄດ້ດົນ ແລະ ທ່ານກໍ່ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທີມງານຮ້ານອາຫານສະກຸລະທີໃຫ້ຄວາມຊ່ວຍເຫຼືອອຸປະກອນຕ່າງໆເຂົ້າມາຮັບໃຊ້ເຂົ້າໃນການຮຽນການສອນ ແລະ ທ່ານຍັງຮຽກຮ້ອງໃຫ້ທາງທີມງານຮ້ານອາຫານສະກຸລະຈົ່ງສືບຕໍ່ຊ່ວຍເຫຼືອບັນດາໂຮງຮຽນທີ່ຍັງຂາດຄອມພີວເຕີນຳໃຊ້ໃນຂົງເຂດເມືອງວັງວຽງ ແຂວງວຽງຈັນ ຕື່ມອີກ
Editor: ກຳປານາດ ລັດຖະເຮົ້າ