ກາງເດືອນຕຸລາ 2017 ຜ່ານມານີ້, ສະຖານີ ໂທລະພາບລາວສະຕາຣ ໄດ້ຮ່ວມກັບ ຫວຍຂູດສະແກັດແອນວິນ ໄດ້ຈັດໂຄງການປັນນໍ້າໃຈຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ຂື້ນເປັນ ຄັ້ງທີ 2 ເຊີ່ງຄັ້ງນີ້ ທາງທີມງານໄດ້ນຳເອົາເຂົ້າສານ, ອາຫານແຫ້ງ ແລະ ສະບູອາບນໍ້າ-ລ້າງມື ໄປມອບໃຫ້ປະຊາຊົນ ຜູ້ປະສົບໄພ ຈໍານວນ 23 ບ້ານ, 206 ຄອບຄົວ ຢູ່ໃນເຂດເມືອງໄຊ, ແຂວງອຸດົມໄຊການເດີນທາງມອບເຄື່ອງຊ່ວຍເຫລືອ ຢູ່ທີ່ເມືອງໄຊ, ແຂວງອຸດົມໄຊ ຄັ້ງນີ້ ແມ່ນໄດ້ແບ່ງອອກຈຸດມອບ-ຮັບ ຢູ່ 3 ຈຸດ ຄື: ຈຸດທີ 1 ແມ່ນຢູ່ບ້ານຖີ່ນ, ຈຸດທີ 2 ແມ່ນຢູ່ບ້ານທ້ຽວ ແລະ ບ້ານນາແລ ແລະ ຈຸດທີ 3 ແມ່ນຢູ່ ກຸ່ມບ້ານນາຮ້ວງ. ເຊີ່ງທັງ 3 ຈຸດ ແມ່ນຂື້ນກັບເມືອງໄຊ, ແຂວງອຸດດົມໄຊ
ສະເພາະເຄື່ອງທີ່ນໍາມາມອບຊ່ວຍເຫລືອ ຄັ້ງນີ້ ປະກອບມີ ເຂົ້າສານ ຈຳນວນ 2 ພັນ 60 ກິໂລກາມ, ຫມີ່ແຫ່ງ ຈໍານວນ 206 ແກັດ, ສະບູລ້າງມື ຈໍານວນ 600 ກ້ອນ, ສຳລັບການມອບ-ຮັບໃນຈຸດທີ 2 ຕາງຫນ້າຮັບໂດຍ ທ່ານ ບຸນປິງ ອິນທະປັນຍາ ນາຍບ້ານບ້ານທ້ຽວ ແລະ ທ່ານ ບຸນໄຊ ມ້າວຕະບອງ ນາຍບ້ານ ບ້ານນາແລ ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ແລະ ປະຊາຊົນພາຍໃນບ້ານ, ຫລັງຈາກນັ້ນ ໄດ້ເດີນທາງສຶບຕໍ່ມອບໃນ ຈຸດທີ 3 ທີ່ກຸ່ມບ້ານນາຮ້ວງ ການມອບ-ຮັບ ໃນຄັ້ງນີ້ ຕາງຫນ້າຮັບໂດຍ ທ່ານ ໄມແກ້ວ ສີສຸວັນ ຮອງເລຂາພັກກຸ່ມບ້ານນາຮ້ວງ ພ້ອມດ້ວຍຄະນະ ແລະ ປະຊາຊົນ ເຂົ້າຮ່ວມ. ການມອບເຄື່ອງຊ່ວຍເຫລືອ ທັງ 3 ຈຸດ ທີ່ກ່າວມານັ້ນ ມອບໂດຍ ທ່ານ ຄໍາພັນ ວົງສະກຸນ ຜູ້ບໍລິຫານ ບໍລິສັດ ຫວຍຂູດສະແກັດແອນວິນ ແລະ ທ່ານ ສຸດທິພອນ ຝາຟອງ ຜູ້ກຳກັບ ແລະ ພິທີກອນຕາງຫນ້າໃຫ້ກັບ ໂທລະພາບລາວສະຕາຣ. ລວມທັງທີມງານ.
Editor: ກຳປານາດ ລັດຖະເຮົ້າ