ໃນຕອນເຊົ້າຂອງວັນທີ 21 ຕຸລາ 2017 ຜ່ານນີ້, ຢູ່ທີ່ບ້ານເມືອງເກີນ ເມືອງຊຳໃຕ້, ແຂວງຫົວພັນ, ທ່ານ ບູນລົມ ສີເມືອງວົງ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ ພ້ອມດ້ວຍຄະນະ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອບັນເທົາທຸກ ໄປມອບໃຫ້ຄອບຄົວປະຊາຊົນ ຜູ້ທີ່ຖືກເຄາະຮ້າຍຈາກໄພນ້ຳຖ້ວມ ບ້ານເມືອງເກີນ ເມືອງຊຳໃຕ້, ແຂວງຫົວພັນ, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ທອງຫວັງ ຄູນທອນ ຮຸ່ງມີໄຊ ຄະນະປະຈຳພັກເມືອງ ຮອງເຈົ້າເມືອຊຳໃຕ້, ທ່ານ ກອງມີ ຮອງຫົວໜ້າພະແນກແຮງງານ, ສະຫວັດການ ແລະ ສັງຄົມ ແຂວງຫົວພັນ, ທ່ານ ສິງຫອມ ຮອງເລຂາຄະນະພັກກກຸ່ມບ້ານໂພນໄຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງຫົ່ມ ອຸປະກອນການຮຽນ ເຄື່ອງໃຊ້ໃນເຮືອນຄົວ, ສັງກະສີ ພ້ອມດ້ວຍເງິນສົດຈໍານວນນຶ່ງ ລວມມູນຄ່າທັງໝົດ 48 ລ້ານກວ່າກີບ, ເຊິ່ງໃຫ້ກຽດກ່າວຮັບໂດຍ ທ່ານ ພູໄຊ ນາຍບ້ານ ບ້ານເມືອງເກີນ ເພື່ອນໍາໄປແຈກຢາຍໃຫ້ປະຊາຊົນຜູ້ປະສົບເຄາະຮ້າຍຈາກໄພພິບັດດັ່ງກ່າວ. ໂດຍເຫດການນ້ຳຖ້ວມບ້ານເມືອງເກີນ ແມ່ນໄດ້ເກີດຂື້ນໃນຄ່ໍ່າຄືນຂອງວັນທີ 10 ຕຸລາ 2017 ທີ່ຜ່ານມາ ເຫດການດັ່ງກ່າວນີ້ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ພໍ່ແມ່ປະຊາຊົນຈຳນວນ 37 ຫຼັງຄາເຮືອນ, ຈຳນວນພົນ 184 ຄົນ ຍິງ 83 ຄົນ, ເຮືອນເສຍຫາຍເປ່ເພໜັກ 7 ຫຼັງ, ເນື້ອທີນາຖືກທັບຖົມ 20 ແຮັກຕາ, ເຂົ້າເປືອກ 90 ໂຕນ, ພາຫະນະຮັບໃຊ້ ເປັນຕົ້ນ: ລົດຈັກ, ໂຮງສີເຂົ້າ, ຈັກພາດເຂົ້າ, ສັດລ້ຽງ ແລະ ອື່ນໆ ລວມມູນຄ່າເສຍຫາຍທັງໝົດ 5 ຕື້ກ່ວາກີບ, ນັບແຕ່ເກີດເຫດການນີ້ຂື້ນ ຄະນະພັກ ອຳນາດການປົກຄອງແຂວງຫົວພັນ ກໍ່ຄືອຳນາດການປົກຄອງເມືອງຊຳໃຕ້ ໄດ້ສຸມໃສ່ແກ້ໄຂສະພາບຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບເຄາະຮ້າຍໃຫ້ດີຂຶ້ນ ໃນເບື້ອງຕົ້ນ ກໍມີຫຼາຍພາກສ່ວນທີ່ໃຫ້ການຊ່ວຍເຫຼືອບັນເທົາທຸກ ແຕ່ຖ້າທຽບໃສ່ຜົນເສຍຫາຍໂຕຈິງແລ້ວ ແມ່ນຍັງບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການ ແລະ ຄວາມຈຳເປັນທີ່ຈະນຳໃຊ້ເຂົ້າໃນການປັບປຸງປົວແປງ ບ່ອນພັກອາໄສ, ພື້ນທ່ີການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນຜູ້ໄດ້ຮັບເຄາະຮ້າຍ ເຖິງຢ່າງໃດກໍຕາມ ຄະນະພັກທຸກຂັ້ນ ແມ່ນຈະຕ້ອງໄດ້ສືບຕໍ່ປຸກລະດົມທຸກພາກສ່ວນໃນສັງຄົມ ເພື່ອນຳຄວາມຊ່ວຍເຫຼືອມາໃຫ້ປະຊາຊົນຜູ້ປະສົບໄພພິບັດໃນຄັ້ງນີ້ ໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ປະຈຸບັນນີ້ທາງແຂວງ ແລະ ເມືອງ ໄດ້ເລັ່ງໃສ່ໃນການສ້ອມແປງທາງເຂົ້າຫາບ້ານ, ປັບປຸງລະບົບນ້ຳລີນ, ຄອຍໃຫ້ການຊ່ວຍເຫຼືອດ້ານການປ້ອງກັນ ແລະ ປີ່ນປົວພະຍາດຕ່າງໆ ພ້ອມທັງສຳຫຼວດສະຖານທີ່ຕັ້ງບ້ານ, ພື້ນທີ່ການຜະລິດໃໝ່ ເພາະບ່ອນເກົ່ານີ້ຍັງຈະມີຄວາມສ່ຽງຕໍ່ການປະສົບບັນຫາໄພນ້ຳຖ້ວມອີກໃນຕໍ່ໜ້າ.
Editor: ກຳປານາດ ລັດຖະເຮົ້າ