ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກ 3 ສ້າງ ຢູ່ເມືອງແກ້ວອຸດົມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ ແລະ ຕໍ່ເນື່ອງ
ໃນໄລຍະ 3 ເດືອນຜ່ານມາ ການຈັດຕັ້ບປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກ 3 ສ້າງຢູ່ເມືອງແກ້ວອຸດົມ ແມ່ນໄປຕາມລະບົບ ແລະ ຕໍ່ເນື່ອງ ເຊິ່ງໄດ້ຖືກຍົກຂື້ນມາລາຍງານໃນກອງປະຊຸມຄົບຄະນະບໍລິຫານງານພັກ ເມືອງແກ້ວອຸດົມ ຄັ້ງທີ 5 ສະໄໝທີ 6 ທີ່ໄດ້ຈັດຂື້ນໃນລະຫວ່າງວັນທີ 18-19 ຕຸລາ 2017 ທີ່ຜ່ານມາຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍການເປັນປະທານຂອງ ທ່ານ ຄຳສະເຫວີຍ ພົມມະຈັນ ເລຂາພັກເມືອງ ເຈົ້າເມືອງໆແກ້ວອຸດົມ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ດາວເຮືອງ ນັນທະວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆວຽງຈັນ, ມີບັນດາຄະນະປະຈຳ ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ພ້ອມດ້ວຍເລຂາພັກບ້ານທົ່ວເມືອງເຂົ້າຮ່ວມ.
ທ່ານ ອຳມະລາ ຈັນທາວົງ ຮອງເລຂາພັກເມືອງ ຫົວໜ້າກອງບັນຊາການທະຫານເມືອງແກ້ວອຸດົມ ໄດ້ສະຫຼຸບການຈັດຕັ້ບປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກ 3 ສ້າງຢູ່ເມືອງແກ້ວອຸດົມ ໃນໄລຍະ 3 ເດືອນຜ່ານມາ ຕໍ່ກອງປະຊຸມຄັ້ງນີ້ວ່າ : ຜ່ານມາໄດ້ເອົາໃຈໃສ່ຈັດຕັ້ງເຜີຍແຜ່, ເຊື່ອມຊືມບັນດາມະຕິ,ຄຳສັ່ງແນະນຳ, ດຳລັດກ່ຽວກັບການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ບັນດາເອກະສານຕ່າງໆຂອງພັກ - ລັດ, ໃຫ້ແກ່ສະມາຊິກພັກ, ພະນັກງານ, ພໍ່ແມ່ປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນຢູ່ແຕ່ລະບ້ານຢ່າງເປັນຂະບວນ ແລະ ເລິກເຊິ່ງ ໄປຄຽງຄູ່ກັບການປັບປຸງລະບົບການເມືອງຢູ່ຮາກຖານບ້ານໃຫ້ໜັກແໜ້ນເຂັ້ມແຂງຂື້ນ,ໄດ້ຫັນເອົາພະນັກງານການນຳ, ພະນັກງານຫຼັກແຫຼ່ງ - ສືບທອດ ແລະ ພະນັກງານ 95% ຂອງເມືອງລົງກໍ່ສ້າງຮາກຖານການເມືອງ ແລະ ປະຕິບັດວຽກງານສາມສ້າງທັງໝົດ 33 ສະຫາຍ, ຍິງ 9 ສະຫາຍ, ທົ່ວເມືອງມີບ້ານພັດທະນາທັງໝົດ 17 ບ້ານ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ຮັບການຝຶກແອບສິນລະປະຢຸດ - ຍຸດທະວິທີ, ເຊິ່ງເຮັດໃຫ້ເມືອງມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການຜະລິດເປັນສິນຄ້າຂອງປະຊາຊາຊົນບັນດາເຜົ່າພາຍໃນເມືອງນັບມື້ນັບເພີ່ມຂື້ນ ເຊິ່ງສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ ເພື່ອລຶບລ້າງຄວາມທຸກຍາກ ແລະ ເຮັດໃຫ້ຄອບຄົວຂອງປະຊາຊົນຢູ່ດີກິນດີ, ໄດ້ສຸມໃສ່ວຽກງານການສຶກສາໃຫ້ມີຄຸນນະພາບ ແລະ ຖືເອົາວຽກງານດັ່ງກ່າວໄປກ່ອນບາດກ້າວໜຶ່ງ ເຮັດໃຫ້ອັດຕາການເຂົ້າຮຽນຂອງເດັັກໃນເກນອາຍຸ ແລະ ການຮູ້ໜັງສືຂອງຜູ້ໃຫຍ່ນັບມື້ນັບເພີ່ມຂື້ນ,ໄດ້ເອົາໃຈໃສ່ຂະຫຍາຍຕານ່າງການບໍລິການສາທາລະນະສຸກລົງສູ່ຮາກຖານບ້ານຢ່າງແຂງແຮງ,ວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖີ່ນ ແລະ ຂອງເຜົ່າ ລ້ວນແຕ່ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ປົກປັກຮັກສາ. ເມືອງແກ້ວອຸດົມ ໄດ້ກຳນົດບ້ານເປົ້າໝາຍ 3 ສ້າງມີຈຳນວນ 5 ບ້ານຄື: ບ້ານແສງສະຫວ່າງ, ບ້ານພູເຂົາຄໍາ, ບ້ານໂພນຄຳ, ບ້ານສາມັກຄີໄຊ ແລະ ບ້ານຫາດທາ ເພື່ອຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາລື ການເຄື່ອນໄຫວວຽກງານດັ່ງກ່າວ ແລະ ກອງປະຊຸມເຊື່ອມຊືມບັນດາເອກະສານນິຕິກຳ ກ່ຽວກັບວຽກງານ 3 ສ້າງຂື້ນ. ພ້ອມນັ້ນຍັງໄດ້ຈັດຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານ 3 ສ້າງ ໃຫ້ແກ່ເລຂາພັກບ້ານ, ນາຍບ້ານທົ່ວເມືອງ ແລະ ພະນັກງານຫຼັກແຫຼ່ງ, ພະນັກງານ 95% ຂອງເມືອງ ທີ່ລົງກໍ່ສ້າງຮກຖານການເມືອງປະຈຳຢູ່ແຕ່ລະເຂດບ້ານ ຕາມທີ່ໄດ້ກຳນົດໄວ້, ປະຈຸບັນນີ້ຄະນະຮັບຜິດຊອບພ້ອມດຳເນີນວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານ 3 ສ້າງຂອງເມືອງ.
ຂອບໃຈທີມຂ່າວ ແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ