ໃນວັນທີ 18 ຕຸລາ 2017 ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຕິດຕາມ, ຊຸກຍູ້ ແລະ ຢ້ຽມຢາມເຮັດວຽກຢູ່ ບໍລິສັດລາວ-ລີ້ຕູ້ ບໍ່ແຮ່ ຈຳກັດ ທີ່ຕັ້ງຢູ່ເຂດບ້ານນໍ້າພອກ, ເມືອງຊະນະຄາມ ແຂວງວຽງຈັນ ໂດຍໃຫ້ກຽດຕ້ອນຮັບ ຈາກ ທ່ານ ວີດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ, ມີບັນດາຄະນະປະຈໍາພັກແຂວງ, ຄະນະນໍາຂອງເມືອງ ແລະ ບັນດາພະແນກການ ທີ່ກ່ຽວຂ້ອງ ພ້ອມດ້ວຍ ພະນັກງານບໍລິສັດດັ່ງກ່າວ ໃຫ້ການຕ້ອນຮັບ
ການເດີນທາງ ມາເຄື່ອນໄຫວຢ້ຽມຢາມ ຂອງທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຄັ້ງນີ້ ທ່ານ ພັນໂທ ແສງປະເສີດ ສະຫວັນພົນເມືອງ ຮອງຜູ້ອໍານວຍການ ບໍລິສັດ ລາວ-ລີ້ຕູ້ບໍ່ແຮ່ ຈໍາກັດ ກໍ່ໄດ້ລາຍງານ ສະພາບການ ຈັດຕັ້ງປະຕິບັດວຽກງານ ກ່ຽວກັບການສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ, ຜ່ານການຮັບຟັງ ການລາຍງານ ແລະ ບັນດາຂໍ້ສະເໜີ ຂອງບໍລິສັດ, ການນໍາຂອງແຂວງ, ການນໍາຂອງເມືອງ ແລະ ບັນດາຂະແໜງການ ທີ່ກ່ຽວຂ້ອງແລ້ວ. ໃນໂອກາດນີ້ ທ່ານຮອງນາຍົກລັດ ຖະມົນຕີ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການປະກອບສ່ວນ ຂອງບໍລິສັດ ໃນໄລຍະຜ່ານມາ. ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກ ໃຫ້ບໍລິສັດດັ່ງກ່າວ ຈົ່ງເອົາໃຈໃສ່ໃນການ ຄຸ້ມຄອງ ແລະ ແຈ້ງບັນຊີລາຍຊື່ພະນັກງານ, ກໍາມະກອນ ຢູ່ພາຍໃນບໍລິສັດຂອງຕົນ ໂດຍສົມທົບກັບ ບັນດາຂະແໜງການ ທີ່ກ່ຽວຂ້ອງ ເພື່ອສ້າງອໍານວຍຄວາມສະດວກ ໃນການຕິດຕາມ, ການຄຸ້ມຄອງ ແລະ ການຂຶ້ນທະບຽນອອກບັດແຮງງານ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ; ໃນຕອນທ້າຍ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງ ມາຍັງໃຫ້ຜູ້ພັດທະນາໂຄງການ ເຂົ້າໃຈເຖິງບັນຫາດັ່ງກ່າວ ລວມທັງ ໃຫ້ການຮ່ວມມື ກັບ ອໍານາດການປົກຄອງບ້ານ, ເມືອງ ແລະ ແຂວງ ເພື່ອລາຍງານສະພາບຄວາມເປັນຈິງ ອັນໃດທີ່ສາມາດເຜີຍແຜ່ໄດ້ ຕາມລະບຽບການ. ນອກຈາກນັ້ນ, ອໍານາດການປົກຄອງແຂວງ ກໍ່ຄື ເມືອງ ທີ່ມີໂຄງການຕັ້ງຢູ່ນັ້ນ ກໍ່ຕ້ອງໄດ້ເອົາໃຈໃສ່ ຊຸກຍູ້ສົ່ງເສີມການຜະລິດ, ການປູກຝັງ, ການລ້ຽງຂອງປະຊາຊົນ ໃຫ້ກາຍເປັນສິນຄ້າ ຢ່າງເປັນຂະບວນກວ້າງຂວາງ ໂດຍຕິດພັນກັບ ການຊອກຫາຕະຫຼາດ ໃຫ້ແກ່ຜູ້ຜະລິດ ສ້າງລາຍຮັບຕົວຈິງ ໃຫ້ແກ່ປະຊາຊົນ ຢູ່ພາຍໃນເຂດດັ່ງກ່າວ ແລະ ສຸມໃສ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໃຫ້ປະກົດຜົນເປັນຈິງ
Editor: ກຳປານາດ ລັດຖະເຮົ້າ