ບໍລິສັດ ຊິນເນສິສ ຈໍາກັດຜູ້ດຽວ ເຊີ່ງເປັນຜູ້ນໍາເຂົ້າລົດຍີ່ຫໍ້ ບ໋ອກເວີດ ແບຣນດັງ ຂອງປະເທດເຢຍລະມັນ ໄດ້ຈັດງານເປີດໂຕ ລົດ ຍີ່ຫໍ້ ບອກເວີດ ຢ່າງເປັນທາງການ ໃນ ສປປ ລາວ ງານຄັ້ງນີ້ ໄດ້ຈັດຂື້ນໃນຕອນຄໍ່າວັນທີ 20 ຕຸລາ 2017 ຜ່ານມາ ທີ່ໂຊລູມຂາຍລົດ ບອກເວີດ, ຖະຫນົນໄກສອນພົມວິຫານ, ບ້ານສະພັງເມິກ, ເມືອງໄຊທານີ ນະຄອນຫລວງວຽງຈັນ.
ງານເປີດໂຕລົດຍີ່ຫໍ້ ບອກເວີດ ແບຣຈາກປະເທດເຟຍລະມັນ ຄັ້ງນີ້ ຖດຍໄດ້ຮັບກຽດເຂົ້າຮ່ວມງານ ມີ ທ່ານ ອາຊ່າງ ລາວລີ ອາດິດຮອງນາຍົກລັດຖະມົນຕີ, ທ່ານ ຄຳຫມັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ, ທ່ານ ຄໍາສານ ສຸວົງ ຫົວຫນ້າອົງການໄອຍະການ ປະຊາຊົນສູງສຸດ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ພ້ອມດ້ວຍບັນດາແຂກກິຕິມະສັກ, ພາກສ່ວນທີ່ກ່ຽວຂ້ອງ, ແຂກຖືກເຊີນ-ລູກຄ້າ ແລະ ສື່ມວນຊົນເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນພິທີ ທ່ານນາງ ວັນຄໍາ ສຸລິຍາ ຜູ້ອຳນວຍການ ບໍລິສັດ ຊິນເນສິສ ຈໍາກັດຜູ້ດຽວ ຜູ້ຈັດຈໍາຫນ່າຍລົດຍີ່ຫໍ່ ບອກເວີດ ໃນ ສປປ ລາວ ໄດ້ກ່າວວ່າ: ບໍລິສັດ ຊິນເນສິສ ໄດ້ຮັບການສ້າງຕັ້ງຂື້ນ ໃນປີ 2008 ເລີ່ມຕົ້ນດ້ວຍການດຳເນີນທຸລະກິດກໍ່ສ້າງ, ທີ່ປຶກສາທາງການເງີນ ແລະ ການລົງທຶນ, ພ້ອມທັງມີໂຮງງານຜະລິດຄອນກິດມວນເບົາ, ບໍລິການເຈາະເສົາເຂັມທຸກປະເພດ, ພື້ນອັດແຮງ ທີ່ໄດ້ມາດຕະຖານ ສະຫນອງແກ່ລູກຄ້າ ແລະ ໂຄງການກໍ່ສ້າງຕ່າງໆຂອງລັດຖະບານ ແລະ ເອກະຊົນ, ໃນໄລຍະ 9 ປີຜ່ານມາ ບໍລິສັດໄດ້ເຕີບໃຫຍ່ຂະຫຍາຍຕົວ ທຸກດ້ານ ແລະ ຍ້ອນເຫັນໄດ້ເຖິງຄວາມຕ້ອງການຍານພາຫານະ ໃນ ສປປ ລາວ ທີ່ມີທ່າແຮງຂະຫຍາຍຕົວ ຢ່າງໄວວາ ແລະ ເພື່ອຕອບສະຫນອງກັບຄວາມຕ້ອງການພາຫານະທີ່ມີຄຸນນະພາບ ແລະ ລາຄາທີ່ທ່ານສາມາດເປັນເຈົ້າຂອງໄດ້, ຊຸກຍູ້ການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໂດຍສະເພາະດ້ານການຂົນສົ່ງ ຕາມແນວທາງນະໂຍບາຍຂອງລັດຖະບານ, ດັ່ງນັ້ນ ບໍລິສັດ ຈິ່ງໄດ້ລົງທຶນດຳເນີນທຸລະກິດ ຈໍາຫນ່າຍລົດຍົນ ໃນ ສປປ ລາວ. ບໍລິສັດ ຊິນເນສິສ ໄດ້ເຊັນສັນຍາ ເປັນຕົວແທນຈໍາຫນ່າຍລົດຍົນ ຍີ່ຫໍ້ ບອກເວີດ ( BORGWARD ) ໃນ ສປປ ລາວ ແຕ່ພຽງຜູ້ດຽວ ໃນປີ 2016 ຍ້ອນເຫັນໄດ້ຂອງຜະລິດຕະພັນລົດຍີ່ຫໍ້ ບອກເວີດ ທີ່ມີຄຸນນະພາບລະດັບສາກົນ, ເປັນລົດ SUV ທີ່ເຫມາະສົມກັບສະພາບເສດຖະກິດ ແລະ ຕະຫລາດ ໃນ ສປປ ລາວ ເປັນອີກຫນຶ່ງທາງເລຶອດແກ່ພາກລັດ, ຜູ້ປະກອບການທຸລະກິດເອກະຊົນ ແລະ ປະຊາຊົນລາວ ທົ່ວໄປ ສາມາດເຂົ້າເຖິງລົດຍົນທີ່ມີຄຸນນະພາບພີ່ມ້ຽມ ພາຍໃຕ້ສະໂລແກນ Accessible Premlum
ການເປີດໂຕລົດຍີ່ຫໍ້ບອກເວີດ ແບຣນຈາກປະເທດເຢຍລະມັນ ຄັ້ງນີ້ ມີຢູ່ 2 ລຸ້ນ ຄື: BX7 ແລະ BX5 ສໍາລັບ ລົດລຸ້ນ BX5 ພາຍໃຕ້ສະໂລແກນ ເຢສ, ເປັນລົດທີ່ມີການດີໄຊທີ່ທັນສະໄຫມ ປະສານກັບຄຸນນະພາບ ແລະ ຄວາມມີຄາສສິກ ໃນການໃຊ້ງານລະດັບພີ່ມ້ຽມ ພື້ນທີ່ຫ້ອງໂດຍສານກວ້າງຂວາງ ແລະ ຟັງຊັ້ນການໃຊ້ງານທີ່ຫລາກຫລາຍ ໃຫ້ທ່ານມ່ວນໄປກັບການເດີນທາງ ແລະ ທ່າທາຍໄປກັບສິ່ງໃຫມ່ໆ. ພາຍຫລັງຈາກຄະນະປະທານຮ່ວມເປີດຢາງເປັນທາງການ ບັນດາປະທານງານ ແລະ ລູກຄ້າທີ່ມາຮ່ວມໃນງານ ຍັງໄດ້ເລາະຢ້ຽມຊົມ ແລະ ສຳຜັດລົດທັງ 2 ລຸ້ນ ເຖິງຄວາມຫລູຫລາ ທັນໄຫມ ອີກດ້ວຍ. ລູກຄ່າທ່ານໃດສົນໃຈ ສາມາດ ເຂົ້າໄປເບີ່ງ ແລະ ສຳຜັດດ້ວຍຕົນເອງໄດ້ທີ່ ໂຊລູມຂາຍລົດ ບ໋ອກເວີດ ຕັ້ງຢູ່ຖະຫນົນໄກສອນ ພົມວິຫານ, ບ້ານສະພັງເມີກ, ເມືອງໄຊທານີ, ນະຄອນຫລວງວຽງຈັນ.
Editor: ກຳປານາດ ລັດຖະເຮົ້າ