ສະຖານທູດຈີນ ປະຈຳ ສປປ ລາວ ຮ່ວມກັບ ກົມຮູບເງົາ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ວິທະຍຸສາກົນ ແຫ່ງ ປະເທດຈີນ ຫລື CRI ປະຈຳລາວ ກຽມຈັດງານເທດສະການຮູບເງົາດີເດັ່ນຂອງ ຈີນ, ໂດຍຈະນຳເອົາຮູບເງົາ 2 ເລື່ອງ ຄື: ຮູບເງົາເລື່ອງ ໝາປ່າຜະຈົນໄພ ແລະ ຮູບເງົາເລື່ອງມະເຮັງ ຂອງຂວັນວັນຄົບຮອບ 29 ປີ, ມາສາຍ ຢູ່ 8 ແຂວງຂອງ ສປປ ລາວ ຄື: ນະຄອນຫລວງວຽງຈັນ, ແຂວງຊຽງຂວາງ, ຫລວງພະບາງ, ອຸດົມໄຊ, ຫລວງນໍ້າທາ, ຄຳມວນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ. ສະເພາະຢູ່ນະຄອນຫລວງວຽງຈັນ ຈະເລີ່ມສາຍ ໃນລະຫວ່າງວັນທີ 3-4 ພະຈິກ 2017 ຢູ່ ສູນການຄ້າວຽງຈັນເຊັນເຕີ ເຂົ້າຊົມໂດຍບໍ່ເສຍຄ່າຜ່ານປະຕູ.
ພິທີຖະແຫລງຂ່າວກ່ຽວການຈັດງານດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 19 ຕຸລາ 2017 ຜ່ານມາ ທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ, ພິທີຄັ້ງນີ້ ເຂົ້າຮ່ວມມີ ທ່ານ ວິທູນ ສູນດາລາ ຫົວຫນ້າກົມຮູບເງົາ ກະຊວງຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານນາງ ແສງແກ້ວ ຕາງຫນ້າສະຖານທູດຈີນ ປະຈໍາ ສປປ ລາວ, ພ້ອມດ້ວຍສີລະປິນທີ່ມີຊື່ສຽງຂອງລາວ ແລະ ສື່ມວນຊົນ ເຂົ້າຮ່ວມ.
ໃນພິທີ ທ່ານນາງ ແສງແກ້ວ ຜູ້ຕາງໜ້າຈາກສະຖານທູດຈີນ ປະຈຳລາວ ກ່າວວ່າ: ງານເທດສະການຮູບເງົາໃນຄັ້ງນີ້, ຈະໄດ້ນຳເອົາຮູບເງົາ 2 ເລື່ອງມາສາຍ, ເຊິ່ງເນື້ອໃນສ່ອງແສງໃຫ້ເຫັນເຖິງຄວາມອົງອາດກ້າຫານ ຂອງສາມັນຊົນຜູ້ ໜຶ່ງທີ່ບໍ່ຍ້ອມທໍ້ຖອຍ, ພະຍາຍາມຕໍ່ສູ້ກັບຊະຕາກຳ ແລະ ຄວາມເຄົາລົບນັບຖືຕໍ່ຊີວິດ. ຮູບເງົາທັງສອງເລື່ອງນີ້, ຈະພາກເປັນພາສາລາວ ແລະ ມີພາສາຈີນຫລອດພື້ນ. ທ່ານ ນາງ ແສງແກ້ວ ໃຫ້ຮູ້ຕື່ມວ່າ: ເທດສະການຮູບເງົາຄັ້ງນີ້, ໄດ້ເຊີນເອົາຜູ້ຊຽວຊານ ທີ່ເກັ່ງທາງດ້ານການພາກສຽງ ແລະ ນັກຮ້ອງ, ນັກສະແດງ ທີ່ມີຊື່ສຽງຂອງລາວ ມາປະກອບສຽງ ໃຫ້ແກ່ຮູບເງົາທັງສອງເລື່ອງດັ່ງກ່າວ. ທັງນີ້, ກໍເພື່ອສ້າງໂອກາດໃຫ້ຜູ້ທີ່ມີພອນສະຫວັນ ແລະ ສົນໃຈຕໍ່ການພາກສຽງຮູບເງົາ, ຄົ້ນຫານັກພາກສຽງດີ, ທັງເປັນການສົ່ງເສີມຂະແໜງການຮູບເງົາຂອງລາວ ແລະ ອື່ນໆ.
ໃນງານເທດສະການຮູບເງົາຄັ້ງນີ້, ຍັງມີງານປະກວດນັກພາກຮູບເງົາ, ໂດຍເປີດຮັບສະໝັກບໍ່ເສຍຄ່າໃຊ້ຈ່າຍ, ຜູ້ສະໝັກເຂົ້າແຂ່ງຂັນ ສາມາດສົ່ງສຽງທີ່ພາກຕາມຕົວຢ່າງວີດີໂອຂອງຮູບເງົາ ຫລື ສຽງພາກອື່ນໆ ບໍ່ເກີນ 20 ວິນາທີ ສົ່ງເຂົ້າອີເມວ This email address is being protected from spambots. You need JavaScript enabled to view it. ເຊິ່ງຈະປິດຮັບສະໝັກໃນວັນທີ 23 ຕຸລານີ້. ສຳລັບນັກພາກດີເດັ່ນ ຈະມີໂອກາດຮ່ວມພາກສຽງຮູບເງົາຈີນ 2 ເລື່ອງດັ່ງ ກ່າວນໍາອີກ.
Editor: ກຳປານາດ ລັດຖະເຮົ້າ