ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປ່ວງຊົນລາວທັງຊາດ ກຳລັງເບີກບານມ່ວນຊື່ນກັບການສະເຫຼີມສະຫຼອງເນື່ອງໃນໂອກາດວັນທີ 7 ຕຸລາ ທີ່ໝູນວຽນມາບັນຈົບຄົບຮອບອິກວາລະໜຶ່ງຢ່າງມີບັນຍາກາດຄຶກຄື້ນ. ໂດຍສະເພາະໃນຕອນບ່າຍ 17 ຕຸລາ 2017 ນີ້ຢູ່ທີ່ໂຮງຮຽນມັດທະຍົມຕອນຕົ້ນວັງເວີນ ທີ່ຂື້ນກັບກຸ່ມ 1 ເມືອງຊະນະສົມບູນ, ແຂວງຈຳປາສັກ. ກໍ່ໄດ້ຈັດງານພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຂື້ນຢ່າງຍິງໃຫ່ຍ. ເຂົ້າຮ່ວມເປັນປະທານຂອງ ທ່ານ ຂາວພອນ ສີຍາທະຈັນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆຊະນະສົມບູນ ທັງເປັນຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ - ສັງຄົມຂັ້ນເມືອງ. ພ້ອມດ້ວຍ ທ່ານ ວຽງມອນ ສີລິພູຄໍາ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຄະນະຄູ-ອານຈານ, ນັກຮຽນ ຕະຫຼອດຮອດແຂກທີ່ຖຶກເຊີນມີເລຂາຄະນະພັກຮາກຖານຊີ້ນໍາກຸ່ມ, ສາມາຄົມພໍ່ແມ່ນັກຮຽນຂອງກຸ່ມ-ບ້ານດັ່ງກ່າວເຂົ້າຮ່ວມຢ່າງຫຼວງຫຼາຍ.
ຈຸດປະສົງການຈັດງານຄັ້ງນີ້: ທ່ານ ພູວົງ ຄູນສີລາ ຜູ້ອໍານວຍການໂຮງຮຽນມັດທະຍົມ ຕອນຕົ້ນວັງເວີນ ກ່າວວ່າ: ເພື່ອລະນຶກເຖີງປະຫວັດຄວາມເປັນມາຂອງນາຍຄູຄໍາ ເຊີ່ງນັບວ່າເປັນຄູຜູ້ທໍາອິດຂອງປະຫວັດສາດລາວທີ່ໄດ້ຮັບການຝຶກຝົນຫຼໍ່ຫຼອມໃຫ້ມີນ້ຳໃຈເສຍສະລະຮັກຊາດ, ສຸມທຸກສະຕິປັນຍາ, ຄວາມຮູ້, ຄວາມສາມາດພັດທະນາວຽກງານການສຶກສາຂອງລາວ ຄຽງຄູ່ກັບການຝຶກອົບຮົມບົ່ມສອນປຸກລະດົມຂົນຂວາຍໃຫ້ລູກຫຼານມີຈິດໃຈຮັກເຊື້ອແພງຊາດ, ຮັກບ້ານເກີດເມືອງນອນລູກ ຮືຂື້ນຕ້ານກັບພວກສັດຕູໃນໄລຍະທີ່ຊາດລາວໄດ້ຕົກເປັນຫົວເມືອງຂື້ນ ຂອງພວກຈັກກະພັດແບບເກົ່າ ແລະ ແບບໃໝ່ ຢ່າງອົງອາດກ້າຫານ.ດັ່ງນັ້ນພັກ-ລັດຖະບານແຫ່ງ ສປປ ລາວ ຈິ່ງໄດ້ຈັດພິທີສະເຫຼີມສະຫຼອງ ເນື່ອງໃນໂອກາດວັນທີ7 ຕຸລາ 1994- 7ຕຸລາ 2017 ຄົບຮອບ 23 ປີ ຂື້ນຢ່າງສົມກຽດໃນທຸກໆປີ ເພື່ອລະນຶກເຖີງຄຸນງາມຄວາມດີຂອງນາຍຄູຄຳ ແລະ ທັງເປັນການສະແດງຄວາມເຄົ້າລົບຮັກແພງ ລະຫວ່າງ ຄູກັບນັກຮຽນທີ່ມີຕໍ່ກັນຕະຫຼອດມາ.
Editor: ກຳປານາດ ລັດຖະເຮົ້າ