ກາງເດືອນຕຸລາ 2017 ຜ່ານມານີ້, ສະຖານີ ໂທລະພາບລາວສະຕາຣ ໄດ້ຮ່ວມກັບ ຫວຍຂຸດສະແກັດອແນວິນ ໄດ້ຈັດໂຄງການປັນນໍ້າໃຈຊ່ວຍເຫລືອຜູ້ປະສົບໄພ ນໍ້າຖ້ວມ ຂື້ນເປັນ ຄັ້ງທີ 2 ເຊີ່ງຄັ້ງນີ້ ທາງທີມງານໄດ້ນຳເອົາເຂົ້າສານອາຫານແຫ້ງ ແລະ ສະບູອາບນໍ້າ-ລ້າງມືໄປມອບໃຫ້ປະຊາຊົນ ຜູ້ປະສົບໄພ ຈໍານວນ 23 ບ້ານ, 206 ຄອບຄົວ ຢູ່ໃນເຂດເມືອງໄຊ, ແຂວງອຸດົມໄຊ. ນຳພາທີມງາມ ແລະ ຕາງຫນ້າມອບໃນຄັ້ງນີ້ ໂດຍ ທ່ານ ສຸດທິພອນ ຜາຟອງ ຜູ້ກຳກັບລາຍການ ແລະ ພິທີກອນ ລາຍການແພງບ້ານເກີດ ແລະ ສະໂມສອນຊາວບ້ານ ຕາງຫນ້າໃຫ້ກັບ ໂທລະພາບລາວສະຕາຣ ແລະ ທ່ານ ຄຳພັນ ວົງສະກຸນ ຜູ້ບໍລິຫານ ບໍລິສັດ ຫວຍຂຸດ ສະແກັດແອນວິນ ຕາງຫ້າໃຫ້ກັບທີມງານຫວຍຂຸດ ສະແກັດແອນວິນ.
ຕາງຫນ້າຮັບໂດຍ ທ່ານ ສີວັນຄໍາ ອິນທະບຸບຜາ ຮອງເລຂາພັກເມືອງ, ຮອງເຈົ້າເມືອງເມືອງໄຊ ພ້ອມດ້ວຍຄະນະ ເຊີ່ງມີ ທ່ານຮັກສາການຫົວຫນ້າຫ້ອງວ່າການເມືອງໄຊ, ຫົວຫນ້າຂະແຫນງສັງຄົມ-ສົງເຄາະ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງອຸດົມໄຊ, ບັນດາອຳນາດການປົກຄອງບ້ານ ແລະ ພໍ່ແມ່ພີ່ນ້ອງປະຊາຊົນຜູ້ປະສົບໄພ ທັງໝົດ 23 ບ້ານ ເຂົ້າຮ່ວມ.
ການຊ່ວຍເຫລືອໃນຄັ້ງນີ້, ແມ່ນໄດ້ແບ່ງອອກເປັນ 3 ຈຸດ ເພາະບາງບ້ານແມ່ນຢູ່ຫ່າງໄກສອກຫລີກ, ບໍ່ສາມາດເດີນທາງມາຮັບໃນຈຸດດຽວໄດ້, ສະເພາະເຄື່ອງທີ່ນໍາມາມອບຊ່ວຍເຫລືອ ຄັ້ງນີ້ ປະກອບມີ ເຂົ້າສານ ຈຳນວນ 2 ພັນ 60 ກິໂລກາມ, ຫມີ່ ຈຳນວນ 206 ແກັດ, ສະບູລ້າງມື ຈຳນວນ 600 ກ້ອນ, ຄິດໄລມູນຄ່າທັງໝົດ 34 ລ້ານ 10 ພັນກີບ.
ຫລັງຈາກພິທີມອບ-ຮັບ ສຳເລັດແລ້ວ ທ່ານ ສີວັນຄໍາ ອິນທະບຸບຜາ ຮອງເຈົ້າເມືອງໄຊ ໄດ້ໃຫ້ກຽດໂອລົມ ພ້ອມທັງລາຍງານສະພາບການພັດທະນາເສດຖະກິດສັງຄົມ ພາຍໃນເມືອງໄຊ, ແຂວງອຸດົມໄຊ ໃຫ້ກັບປະຊາຊົນ ແລະ ຈັດຕັ້ງພິທີ ລວມທັງທີມງານ ໂທລະພາບລາວສະຕາຣ ແລະ ຫວຍຊຸດສະແກັດແອນວິນ ໃຫ້ຮູ້ຕື່ມ, ນອກຈາກນີ້ ທ່ານຍັງໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງ ສອງພາກສ່ວນ ທີ່ໃຫ້ຄວາມສຳຄັນ ແລະ ເປັນຫວ່ງເປັນໄຍ ຕໍ່ປະຊາຊົນ ເມືອງໄຊ ໂດຍສະເພາະໄດ້ນຳເອົາການຊ່ວຍເຫລືອ ຕ່າງໆມາເຖິງແກ່ພໍ່ແມ່ປະຊາຊົນ ເປັນການແບ່ງເບົາ ຄວາມເດືອດຮ້ອນ ແກ່ຜູ້ທີ່ໄດ້ຮັບອຸທົກກະໄພໃນຄັ້ງນີ້.
ການມອບເຄື່ອງ ໄດ້ແບ່ງເປັນ 3 ຈຸດ ຄື:
ຈຸດທີ 1 ແມ່ນຢູ່ບ້ານຖີ່ນ
ຈຸດທີ 2 ແມ່ນຢູ່ບ້ານທ້ຽວ ແລະ ບ້ານນາແລ
ຈຸດທີ 3 ແມ່ນຢູ່ ກຸ່ມບ້ານນາຮ້ວງ. ເຊີ່ງທັງ 3 ຈຸດ ແມ່ນຂື້ນກັບເມືອງໄຊ, ແຂວງອຸດດົມໄຊ.
Editor: ກຳປານາດ ລັດຖະເຮົ້າ