ເພື່ອເປັນການສະເຫລີມສະຫລອງວັນຜູ້ອາຍຸສູງ ໃນເດືອນຕຸລາ ປະຈຳປີ 2017 ໃຫ້ມີຂະບວນການຟົດຟື້ນ ແລະ ເຕັມໄປດ້ວຍຄວາມຫມາຍຄວາມສຳຄັນ, ແລະ ວັນດັ່ງກ່າວກໍ່ຖືເປັນວັນທີ່ມີຄວາມສຳຄັນແກ່ປະຊາກອນທົ່ວໂລກ, ສຳລັບພັກ ແລະ ລັດຖະບານລາວ ແມ່ນໄດ້ຖືເປັນວັນຂອງຊາດລາວ . ດັ່ງນັ້ນ ມາໃນວັນທີ 19 ຕູລາ 2017 ນີ້, ທີ່ໂຮງຫມໍເສດຖາທິຣາດ ໄດ້ມີການຈັດງານວັນຜູ້ອາຍຸສູງ ຂື້ນ ໂດຍໄດ້ຮັບການສະຫນັບສະຫນູນ ຈາກບໍລິສັດ ວຽງທອງການຢາ ຈຳກັດ. ຜູ້ນຳເຂົ້າ ແລະ ຈັດຈຳຫນ່າຍ ຜະລິດຕະພັນ ເພື່ອສຸຂະພາບ ອາເປຕັນ ແລະ ອຸປະກອນການແພດຕ່າງໆ.
ການຈັດງານ ຄັ້ງນີ້ ແມ່ນໄດ້ອິງຕາມທິດຊີນຳຂອງຄະນະພັກ, ຄະນະອຳນວຍການໂຮງຫມໍເສດຖາທິຣາດ ວ່າດ້ວຍການສົ່ງເສີມສຸຂະພາບ ແລະ ຄວບຄຸມພະຍາດບໍ່ຕິດຕໍ່ ແລະ ຄົບຮອບອີກວ່າລະຫນຶ່ງ ຂອງວັນຜູ້ອາຍຸສູງ. ຈຸດປະສົງຫລັກ ໃນການຈັດງານຄັ້ງນີ້ ເພື່ອສະເຫລີມສະຫລອງວັນຜູ້ອາຍຸສູງສາກົນ 1 ຕຸລາ ປະຈຳປີ 2017, ເພື່ອເຮັດໃຫ້ຄຸນນະພາບຊີວິດຂອງພໍ່ແມ່ປະຊາຊົນບັນດາເຜົ່າ ສູງຂື້ນທຽບເທົ່າສາກົນ, ເພື່ອສະແດງຄວາມເປັນຫວ່ງເປັນໃຍດ້ານສຸຂະພາບຂອງພໍ່ແມ່ປະຊາຊົນລາວບັນດາເຜົ່າ ພ້ອມກັນນັ້ນ ເພື່ອປຸກລະດົມໃຫ້ຜູ້ສູງອາຍຸ ໄດ້ກວດສຸຊະພາບ ຢ່າງຫນ້ອຍປີລະ ຄັ້ງເພື່ອຊອກຫາບາງພະຍາດບໍ່ຕິດຕໍ່ ເຊັ່ນ: ພະຍາດເບົາຫວານ, ພະຍາດຫົວໃຈ ແລະ ຫລອດເລຶອດ, ພະຍາດຫອບຫຶດ, ພະຍາດອ້ວນ, ແລະ ພະຍາດມະເຮັງ ທີ່ອາດແຝງຕົວຢູ່ໃນຮ່າງກາຍໂດຍບໍ່ຮູ້ໂຕ.
ການຈັດງານສະເຫລີມສະຫລອງວັນຜູ້ອາຍູສູງ ຄັ້ງນີ້ ໃນຫົວຂໍ້: ຮັກ ແລະ ຫ່ວງໃຍ ໃສ່ໃຈຜູ້ມີພະຄຸນ ເຂົ້າຮ່ວມມີ ທ່ານ ຮອງສາດສະດາຈານ ດຣ. ບຸນຫນັກ ໄຊຊະນະສົງຄາມ ຫົວຫນ້າກົມປິ່ນປົວ ກະຊວງສາທາລະນະສຸກ, ທ່ານ ເຣວັດ ເສນຈັນທິໄຊ ຮອງຜູ້ອຳນວຍການ ບໍລິສັດວຽງທອງການ ຈຳກັດ, ພ້ອມນີ້ຍັງມີ ຄະນະຜູ້ອຳນວຍການ, ຮອງອຳນວຍການ ໂຮງຫມໍເສດຖາທິຣາດ ບັນດາພາກສ່ວນຕ່າງໆທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນຜູ້ອາຍຸສູງ ເຂົ້າຮ່ວມ ຢ່າງພ້ອມພຽງ.
ກິດຈະກຳພາຍໃນງານ ມີທັງການກວດສຸຂະພາບແກ່ຜູ້ສູງອາຍຸ ໂດຍບໍ່ເສຍຄ່າ, ພ້ອມທັງການແຈກຂອງລາງວັນ ຕ່າງໆ ຈາກບໍລິສັດ ວຽງທອງການຢາ.
Editor: ກຳປານາດ ລັດຖະເຮົ້າ