ເນື່ອງໃນໂອກາດ ເປີດງານວາງສະແດງຫັດຖະກຳລາວ ປະຈໍາປີ 2017 ທີ່ສູນການຄ້າ ລາວໄອເຕັກ ທີມງານໄດ້ມີໂອກາດສຳພາດ ບັນດາພາກສ່ວນຫັດຖະກຳ ຈາກຂະແຫນງຕ່າງໆ ທີ່ເຂົ້າຮ່ວມພາຍໃນງານ ເປັນຕົ້ນແມ່ນ ຮ້ານບ້ານລັບແລ ເຊີ່ງເປັນຮ້ານຫັດຖະກຳ ທີ່ເນັ້ນການອະນຸລັກ ວັດທພນພທຳເກົ່າແກ່ ໂດຍສະເພາະສິ່ງຂອງ ທີ່ເປັນວັດຖຸເກົ່າແກ່. ຖ້າຈະເວົ້າລວມລວມແລ້ວ ການສະສົມເຄື່ອງເກົ່າ-ຂອງແກ່ ເປັນອີກຫນື່ງສິ່ງ ທີ່ຫລາຍຄົນ ໃຫ້ຄວາມສົນໃຈ ເພາະເຫັນໄດ້ເຖິງຄຸນຄ່າທາງວັດທະນະທຳ ທາງດ້ານຈິດໃຈ ແລະ ຄຸນຄ່າ ທາງລາຄາ, ເຊີ່ງສິງດັ່ງກ່າວ ເຮົາສາມາດພົບເຫັນງານສະສົມ ໄດ້ທີ່ຮ້ານບ້ານລັບແລ
ທ່ານນາງ ວອນມະນີວົງ ສະເຕີນ ເຈົ້າຂອງຮ້ານ ບ້ານລັບແລ ໄດ້ເປີດເຜີຍຕໍ່ນັກຂ່າວ ລາຍການເຮົາວ່າ: ການທີ່ຕົນຕັດສິນໃຈ ໃສ່ຊື່ຮ້ານຂອງຕົນວ່າ ບ້ານລັບແລ ເຊີ່ງເປັນເມືອງທີ່ລຶກລັບ ແລະ ມີແຕ່ຜູ້ຍິງ ລວມທັງເຄື່ອງຂອງງາມງາມ ທີ່ມີຄຸນຄ່າ ຈາກສາເຫດນີ້ ບວກກັບຄວາມນິຍົມຊົມຊອບ ໃນການມັກສະສົມເຄື່ອງເກົ່າແກ່ ແລະ ວັດຖຸທີ່ມີຄ່າ ຈາກໄມ້ ມາປະດິດດີຊາຍ ຄືນໄຫມ ໃຫ້ມີຄວາມສວຍງາມຂຶ້ນມາ, ສຳລັບການເຂົ້າຮ່ວມງານວາງສະແດງ ຄັ້ງນີ້ ເພື່ອປະກອບສ່ວນ ໃນການສະແດງໃຫ້ເຫັນເຖິງຫົວຄິດປະດິດສ້າງໃນງານຫັດຖະກຳ ດ້ານຕ່າງໆ, ສ່ວນຮ້ານບ້ານລັບແລ ແມ່ນມີເອກະລັກຄືຈະເນັ້ນໃນເລື່ອງເຄື່ອງເກົ່າບູຮານ ຫລື ວັດຖຸບູຮານ ທີ່ໄດ້ນຳມາປະຍົກໃຫມ່-ດີຊາຍໃຫມ່ ແຕ່ຍັງຮັກສາຮູບແບບດັ່ງເດີມ ຄືລັກສະນະບູຮານ.
ທ່ານນາງ ວອມະນີວົງ ສະເຕີນ ກ່າວຕື່ມອີກວ່າ: ຜະລິດຕະພັນພາຍໃນຮ້ານບ້ານລັບແລ ສ່ວນໃຫຍ່ ເນັ້ນໃນເລື່ອງຮິດຄອງ-ວັດທະນະທຳ ແລະ ເປັນຈຳພວກວັດຖຸບູຮານ ເຊີ່ງເນັ້ນກ່ຽວ ວັດທະນະທຳລາວຫລາຍກວ່າ. ໃນໄລຍະຜ່ານມາ ຮ້ານບ້ານລັບແລ ແມ່ນໄດ້ເຂົ້າຮ່ວມງານວາງສະແດງຫລາຍຄັ້ງ ແລະ ກໍ່ໄດ້ຮັບການຕອບຮັບ ຈາກແຂກທີ່ມາຮ່ວມ ທ່ຽວຊົມງານ ໃຫ້ຄວາມສົນໃຈໃນເລື່ອງເຄື່ອງເກົ່າແກ່. ນອກຈາກຈະສາມາດເຂົ້າຊົມຜົນງານພາຍໃນຮ້ານບ້ານລັບແລ ທີ່ງານວາງສະແດງແລ້ວ ທ່ານທີ່ສົນໃຈ ຍັງສາມາດເຂົ້າຊົມຜົນງານ ເຊີ່ງຮ້ານບ້ານລັບແລ ຕັ້ງທີ່ບ້ານດອນນົກຂຸ້ມ, ເມືອງສີສັດຕະນາກ, ນະຄອນຫລວງວຍງຈັນ.
Editor: ກຳປານາດ ລັດຖະເຮົ້າ