ຕອນເຊົ້າ ຂອງວັນທີ 17 ຕຸລາ 2017 ເວລາປະມານ 10:00 ໂມງເຊົ້າ ໄດ້ມີການຄົ້ນພົບພະພຸດທະຮູບເກົ່າແກ່ ຈຳນວນ 4 ອົງ, ໃນນັ້ນພະອົງໃຫຍ່ ຈຳນວນ 3 ອົງ ແລະ 1 ອົງນ້ອຍ ການຄົ້ນພົບ ຄັ້ງນີ້ແມ່ນຢູ່ທີ່ວັດບ້ານຖ້ຳ, ເມຶອງຄູນ, ແຂວງຊຽງຂວາງ ໂດຍທັງຫມົດເປັນພະທອງ ບໍ່ມີລາຍລັກອັກສອນໃດໆບັນທຶກໄວ້ວ່າສ້າງຂຶ້ນປີໃດ ສະໄຫມໃດ
ປະຈຸບັນນີ້ທາງຄະນະບ້ານ ໄດ້ມາບັນທຶກເປັນຫລັກຖານໄວ້ແລ້ວ ແລະ ໄດ້ເກັບໄວ້ທີ່ວັດບ້ານຖ້ຳດັ່ງກ່າວ, ເພື່ອໃຫ້ຊາວບ້ານ ແລະ ຊາວພຸດທັງຫລາຍໄດ້ມາສັກກາລະບູຊາ -ຂາບໄຫວ້ ເພື່ອຄວາມເປັນສິລິມຸງຄຸນສືບໄປ...ແລະ ທາງວັດເອງ ກໍ່ກຳລັງມີການກໍ່ສ້າງກຸດຕິຫລັງໃຫມ່ ແລະປະຕູໂຂງ ທ່ານໃດມີຈິດໃສໃຈສັດທາຈະຮ່ວມບໍລິຈາກທຶນຮອນ ເພື່ອສ້າງສາວັດວາອາຮາມ ເພື່ອຄວາມຈະເລີນຮຸ່ງເຮືອງຂອງສາສະຫນາ ກໍ່ສາມາດຕິດຕໍ່ພົວພັນໄປໄດ້ ທີ່ວັດບ້ານຖ້ຳ ເມຶອງຄູນ, ແຂວງຊຽງຂວາງ.
Editor: ກຳປານາດ ລັດຖະເຮົ້າ