ກາງຕຸລາ 2017ນີ້, ຢູ່ຫ້ອງການບ້ານໜອງກົບ, ເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ຈັດພີທີປະກາດສ້າງບ້ານໜອງກົບ ເປັນບ້ານປ້ອງກັນຄວາມສະຫງົບດີຂື້ນຢ່າງເປັນທາງການ,ໂດຍການເປັນປະທານຂອງ ທ່ານ ພັນໂທ ຄໍາພາ ຄໍາມະວົງ ຫົວໜ້າກອງບັນຊາການປ.ກ.ສ ເມືອງເຊໂປນ, ມີບັນທ່ານໃນຄະນະຈຸດສຸມ, ກຸ່ມບ້ານ,ການຈັດຕັ້ງທຸກຂັ້ນ ຂອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ. ບ້ານໜອງກົບເປັນບ້ານໜຶ່ງໃນຈໍານວນ10 ບ້ານ ທີ່ຂື້ນກັບກຸ່ມທີ 4 ມັນຈີ, ມີພົນລະເມືອງ321ຄົນ,ຍີງ169 ຄົນ, ມີ 43 ຫລັງຄາ, 44 ຄອບຄົວ, ຊົນເຜົ່າມັງກອງ100 ສ່ວນຮ້ອຍ,ອາຊີບເຮັດສວນ, ເຮັດໄຮ່, ນາເປັນຕົ້ນຕໍ່ປູກຝັງລ້ຽງສັດສໍາຮອງ, ຈຸດປະສົງເປົ້າໝາຍຂອງການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ແມ່ນເພື່ອເປັນການເຜີຍແຜ່ເອກະສານຜ່ານມາດຖານເງື່ອນໄຂການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບຕາມ 5 ມາດຖານ ພ້ອມທັງແນ່ໃສ່ເພີ່ມທະວີ, ປຸກລະດົມ, ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນພາຍໃນບ້ານໃຫ້ມີຄວາມຮັກຊາດ, ຮັກລະບອບໃໝ່, ມີສະຕິຕໍ່ກົນອຸບາຍຂອງສັດຕູ, ມີສະຕິເຄົາລົບລະບຽບກົດໝາຍ, ມີສ່ວນຮ່ວມ ແລະ ເປັນເຈົ້າການໃນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ຢ່າງເປັນຂະບວນຟົດຟື້ນ, ເພື່ອເຮັດໃຫ້ບ້ານໜອງກົບ ກາຍເປັນບ້ານປ້ອງກັນຄວາມສະຫງົບດີ ແລະກາຍເປັນບ້ານພັດທະນ ຢ່າງາຮອບດ້ານ.
Editor: ກຳປານາດ ລັດຖະເຮົ້າ