ວັນທີ 14 ຕຸລານີ້ ທ່ານ ຮີນທອງ ດວງຈັນສຸກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊຳໃຕ້ ແລະ ທ່ານ ວີເຕັ່ງ ຈື່ໄມເຕັ່ງ ຮອງປະທານແນວລາວສ້າງຊາດແຂວງຫົວພັນ ພ້ອມດ້ວຍທີມງານ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອຈໍານວນໜື່ງ ມອບໃຫ້ບ້ານເມືອງເກີນ, ກຸ່ມບ້ານໂພນໄຊ ທີ່ໄດ້ຮັບຜົນກະທົບຢ່າງໜັກຈາກໄພນ້ຳຖ້ວມ ຄັ້ງວັນທີ 10 ຕຸລາ 2017 ທີ່ຜ່ານມານີ້.
ໃນການລົງມາມອບເຄື່ອງດັ່ງກ່າວ ຂອງຄະນະນໍາຄັ້ງນີ້ ທ່ານ ພູໄຊ ນາຍບ້ານເມືອງເກີນ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານເມືອງເກີນ ມີທັງໝົດ 37 ຫຼັງຄາເຮືອນ, ມີພົນລະເມືອງ 184 ຄົນ, ຍີງ 83 ຄົນ, ທີ່ໄດ້ຮັບ ຜົນກະທົບຢ່າງໜັກໜ່ວງ ເຊີ່ງມີເຮືອນຂອງປະຊາຊົນໄຫຼພັດໄປກັບກະແສນ້ຳ 1 ຫຼັງ, ເປ່ເພເສຍຫາຍໜັກ 6 ຫຼັງ, ເປ່ເພທຳມະດາ 5 ຫຼັງ, ເລົ້າເຂົ້າ 23 ຫຼັງ, ເຂົ້າເປືອກເສຍຫາຍ 90 ໂຕນ, ງົວ 6 ໂຕ, ຄວາຍ 3 ໂຕ, ໝູ ແລະ ສັດປີກ 700 ກວ່າໂຕ, ເນື້ອທີ່ນາ 20 ແຮັກຕາ ແລະ ພະຫະນະຮັບໃຊ້ເປັນຕົ້ນ: ລົດຈັກ 28 ຄັນ, ລົດໄຖນາ 16 ເຄື່ອງ, ໂຮງສີເຂົ້າ 10 ເຄື່ອງ ແລະ ໜອງປາ 61 ໜອງ, ມີເນື້ອທີ່ປະມານ 3,9 ແຮັກຕາ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ໃນເຮືອນຄົວຈຳນວນໜື່ງ ເຊີ່ງປະຈຸບັນຍັງບໍ່ສາມາດປະເມີນມູນຄ່າຄວາມເສຍຫາຍໄດ້.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ລວມມີເຂົ້າສານ 1 ໂຕນ, ຜ້າຫົ່ມໂຕໂຕ 100 ຜືນ, ມຸ້ງ 37 ດາງ, ເສື້ອກັນລົມ 50 ຜືນ, ນອກນັ້ນ ຍັງມີເຄື່ອງໃຊ້ໃນເຮືອນຄົວ, ອາຫານແຫ້ງ ແລະ ເງີນສົດຈໍານວນ 3,640,000 ກີບ, ລວມມູນຄ່າທັງໝົດ 30,080,000 ກີບ ເຄື່ອງຈໍານວນດັ່ງກ່າວນີ້ ຈະໄດ້ນໍາໄປແຈກຢາຍໃຫ້ພໍ່ແມ່ປະຊາຊົນບ້ານເມືອງເກີນ ເພື່ອແບ່ງເບົາຄວາມທຸກໂສກໃນເຫດການຄັ້ງນີ້.
ຈາກຜົນກະທົບດັ່ງກ່າວ ປັດຈຸບັນນີ້ປະຊາຊົນພາຍໃນບ້ານຍັງຂາດນໍ້າດື່ມ ນໍ້າໃຊ້, ສະບຽງອາຫານ, ທີ່ພັກອາໄສ ແລະ ເສັ້ນທາງຖືກຕັດຂາດມີຄວາມຫຍຸ້ງຍາກໃນການສັນຈອນໄປມາ. ນອກນັ້ນ ທ່ານນາຍບ້ານ ຍັງໄດ້ສະເໜີຕໍ່ຂັ້ນເທີງຊ່ວຍຈັດສັນສະຖານທີ່ຕັ້ງບ້ານໃໝ່, ສ້ອມແປງລະບົບນ້ຳລີນ, ສ້ອມແປງເສັ້ນທາງ, ແລະ ສະໜອງຢາປີ່ນປົວພະຍາດ.
ຂອບໃຈທີມຂ່າວ ຖວທ ເມືອງຊໍາໄຕ້, ແຂວງຫົວພັນ
Editor: ກຳປານາດ ລັດຖະເຮົ້າ
{gallery}News/sbd/2017/10/18/sbd-7{/gallery}