ປະຊາຊົນບ້ານເມືອງເກິນ ເມືອງຊຳໃຕ້. ແຂວງຫົວພັນ ຕ້ອງການຄວາມຊ່ວຍເຫຼືອດ່ວນ ພາຍຫຼັງປະສົບກັບໄພທຳມະຊາດນ້ຳປ່າໄຫຼຊຸເຂົ້າຖ້ວມ ໃນຄືນຂອງວັນທີ 10 ຕຸລາ 2017 ຜ່ານມາ ຈາກການສຳຫຼວດເບື້ອງຕົ້ນ ມີເຮືອນທີ່ຖືກພັດໄຫຼໄປກັບສາຍນ້ຳ 1 ຫຼັງ ເສຍຫາຍໜັກ 6 ຫຼັງ ແລະ ເສຍຫາຍສົມຄວນ 7 ຫຼັງ.
ອີງຕາມການລາຍງານຂອງທ່ານ ວຽງພັນ ບຸນພອນໄຊ ຮອງນາຍບ້ານເມືອງເກິນ ໄດ້ໃຫ້ຮູ້ວ່າ: ເວລາປະມານ 22 ໂມງ ເກີດເຫດການນ້ຳປ່າໄຫຼເຂົ້າຖ້ວມບ້ານ ພັດພາເຮືອນຊານເສຍຫາຍ ສ່ວນປະຊາຊົນທັງໝົດໄດ້ພາກັນໜີຂຶ້ນບ່ອນສູງດ້ວຍຄວາມປອດໄພ ຈາກເຫດການຄັ້ງນີ້ ໄດ້ສ້າງຄວາມເສຍຫາຍແກ່ຊັບສິນຂອງປະຊາຊົນຫຼາຍສົມຄວນ ເຮືອນຊານຈຳນວນໜຶ່ງຖືກເປ່ເພ ສ່ວນພື້ນທີ່ກະສິກຳກໍ່ໄດ້ຖືກເສຍຫາຍສົມຄວນ ເຊັ່ນ: ເນື້ອທີ່ນາ 19,9 ເຮັກຕາ ສ່ວນສັດລ້ຽງໃຫຍ່-ນ້ອຍແມ່ນຖືກພັດໄຫຼໄປກັບນ້ຳ ເລົ້າເຂົ້າ ໜອງປາ ກໍ່ໄດ້ຮັບຜົນເສຍຫາຍໜັກ.
ນອກຈາກຊັບສິນຂອງປະຊົນໄດ້ຮັບຄວາມເສຍຫາຍແລ້ວ ຊັບສິນສ່ວນລວມຍັງຖືກເປ່ເພ ໂດຍສະເພາະ ເສັ້ນທາງຄົມມະນາຄົມຖືກຕັດຂາດ ເຮັດໃຫ້ລົດໃຫຍ່ບໍ່ສາມາດເຂົ້າໄປໃນບ້ານ ປັດຈຸບັນ ກໍ່ໄດ້ມີໜ່ວຍງານກູ້ໄພຂອງເມືອງໄດ້ເຂົ້າໄປຊ່ວຍເຫຼືອໃນເບື້ອງຕົ້ນ. ເຫດການຄັ້ງນີ້ ເປັນຄັ້ງໃຫຍ່ສຸດໃນຮອບຫຼາຍຮ້ອຍປີ ແລະ ມັນສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ປະຊາຊົນບ້ານດັ່ງກ່າວ ດັ່ງນັ້ນ ຈຶ່ງຢາກຂໍຄວາມຊ່ວຍເຫຼືອຈາກຜູ້ໃຈບຸນ ຫຼື ໜ່ວຍງານຕ່າງໆ ບິແບ່ງການຊ່ວຍເຫຼືອ ເຊັ່ນ: ນ້ຳດື່ມ-ເຂົ້າສານ ອາຫານແຫ້ງ ເຄື່ອງນຸ່ງຫົ່ມ ຫຼື ວັດຖຸປັດໄຈອື່ນໆ ເພື່ອເປັນການບັນເທົາທຸກ ແລະ ປະກອບສ່ວນຟື້ນຟູຊີວິດການເປັນຢູ່ຂອງເຂົາເຈົ້າ ໃຫ້ຄ່ອຍກັບຄືນສູ່ສະພາບປົກກະຕິ. ຖ້າຜູ້ໃຈບຸນ ຫຼື ພາກສ່ວນຕ່າງໆສົນໃຈໃຫ້ການຊ່ວຍເຫຼືອ ທ່ານສາມາດຕິດຕໍ່ໄດ້ທີ່ເບີທ່ານຮອງນາຍບ້ານ 030 9889697 ຫຼື ສາມາດຊ່ວຍເຫຼືອໂດຍຜ່ານອົງການກາແດງລາວ ໂທ 021 253014.
Editor: ກຳປານາດ ລັດຖະເຮົ້າ
{gallery}News/sbd/2017/10/18/sbd-6{/gallery}