ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຮ່ວມກັບສະມາຄົມຫັດຖະກຳລາວ ຈັດງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 16 ປະຈໍາປີ 2017 ຂຶ້ນໃນລະຫວ່າງ ວັນທີ 16-22 ຕຸລາ 2017 ຢູ່ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ. ເຊີ່ງງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 16 ປະຈໍາປີ 2017 ນີ້, ໄດ້ເປີດກວ້າງໃຫ້ມີຫຼາກຫຼາຍສິນຄ້າມາຮ່ວມວາງສະແດງ-ຂາຍ ໂດຍສະເພາະສິນຄ້າອຸປະໂພກ-ບໍລິໂພກທົ່ວໄປ ປະກອບມີຜະລິດຕະພັນ ແຜ່ນແພຜ້າໄໝ ຜ້າຝ້າຍແພພື້ນເມືອງ ຜະລິດຕະພັນເຄື່ອງປ່າຂອງດົງ ປະເພດຫວາຍໄມ້ໄຜ່ ແລະ ພືດພັນຕ່າງໆ ນອກນັ້ນ, ກໍມີຜະລິດຕະພັນຈາກວັດຖຸເສດເຫຼືອເສດໄມ້, ໂລຫະສິນ ຜະລິດຕະພັນເຄື່ອງເງິນ ແລະ ວັດຖຸມີຄ່າ, ຜະລິດຕະພັນແກະ ສະຫຼັກໄມ້ ແລະ ເຄື່ອງປັ້ນດິນເຜົາ, ຊຶ່ງມີຮ້ານເຂົ້າຮ່ວມວາງສະແດງ-ຂາຍ 200 ກວ່າຮ້ານ, ແລະ ເພື່ອເປັນການເປີດໂອກາດ ດ້ານການຕະຫຼາດແບບວົງກວ້າງສ້າງລາຍຮັບ ແລະຊຸກຍູ້ສົ່ງເສີມໃຫ້ຊາວຊ່າງຫັດຖະກຳ ໄດ້ພົບປະແລກປ່ຽນບົດຮຽນ ເພື່ອນຳໄປພັດທະນາຜະລິດ ຕະພັນຫັດຖະກຳຂອງຕົນ ໃຫ້ກາຍເປັນສິນຄ້າອອກສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ. ຊຶ່ງງານວາງສະແດງ-ຂາຍສິນຄ້າຫັດຖະກຳລາວປີນີ້ ແມ່ນເນັ້ນໃສ່ເພື່ຶອການສົ່ງເສີມ ແລະ ພັດທະນາສີໄມ້ລາຍມືຂອງ ຄົນລາວເອກະລັກສະເພາະຂອງລາວ ແລະ ຜະລິດຕະພັນຂອງຄົນລາວໃຫ້ເຕີບໃຫຍ່ຂະຫຍາຍໂຕທາງດ້ານປະລິມານ ແລະ ຄຸນະພາບ ພ້ອມນີ້, ສະມາຄົມຫັດຖະກຳລາວ ຍັງ ຮ່ວມກັບອົງການ JETRO ແຫ່ງປະເທດຍີ່ປຸ່ນ ຈັດກິດຈະກຳການແຂ່ງຂັນເຄື່ອງທີ່ລະນຶກທີ່ເປັນເຄື່ອງຫັດຖະກຳລາວ ເພື່ອກະກຽມໃຫ້ແກ່ປີທ່ອງທ່ຽວລາວ 2018 ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ