ພີທີສະເຫຼີມສະຫຼອງ ວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 16 ປີ ແມ່ນໄດ້ຈັດໃຫ້ມີຂື້ນໃນທິດຜ່ານມາ ຢູ່ທີ່ສວນວັດທະນະທຳບັນດາເຜົ່າ ຫຼັກ 7 ແຂວງຈຳປາສັກ, ໂດຍການເປັນປະທານຂອງ ທ່ານ ສົມສະໜິດ ບຸດຕິວົງ ຮອງເລຂາພັກແຂວງຮອງເຈົ້າແຂວງຈຳປາສັກ, ມີຫົວໜ້າກອງບັນຊາການປ້ອງກັນຄວາມສະຫົງບແຂວງ, ຫົວພະແນກການກົມກອງ, ນັກຮຽນນັກສືກສາຂ້ອມຂ້າງແຂວງຈຳປາສັກ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ
ໃນພິທີ ທ່ານ ພົນຈັດຕະວ໋າ ສີພັນ ວົງເຮື່ອງ ຄະນະປະຈໍາພັກແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫົງບແຂວງຈຳປາສັກ ກໍ່ໄດ້ລາຍງານເຖີ່ງສະພາບການຈັດຕັ້ງປະຕິບັນການແກ້ໄຂ້ປະກົດການຫຍໍ້ທໍ້ໃນສັງຄົມ ໃນໄລຍະທີ່ຜ່ານມາເປັນຕົ້ນແມ່ນໄດ້ຍົກໃຫ້ເຫັນການເຄື່ອນໄຫວຂອງກຸ່ມຄົນທີ່ບໍ່ຫັວງດີທີ່ພະຍາຍາມຂົນສົງຈຳໜາຍ ແລະ ຊື່ຂາຍຢາເສບຕິດຢູ່ແຂວງຈຳປາສັກ ທັງຍົກໃຫ້ເຫັນການເຄື່ອນໄຫວສະກັ້ດກັ້ນ ແລະ ປາບປາມຂອງເຈົ້າໜ້າທີ່ທຸກຂັ້ນພາຍໃນແຂວງເພື່ອແກ້ໄຂບັນດາດັ່ງກ່າວໃນສົກປີ 2016-2017 ເຈົ້າໜ້າທີ່່ປກສແຂວງ ສາມາດມ້າງຄະດີຢາເສບຕິດໄດ້ທັງ ໜົດ 605 ລາຍ, ກັກຜູ້ຖືຫາໄດ້ 1.181 ຄົນ, ຍິງ148 ຄົນ, ຢືດຂອງກາງປະເພດຢາບ້າໄດ້477.389 ເມັດ, ຢາໄອ7.578 ກາມ, ກັນຊາ 500 ກາມ, ຢືດລົດໃຫ່ຍໄດ້ 57 ຄັນ, ລົດຈັກ 265ຄັນ, ຢືດເງີນກີບໄດ້ 310 ລ້ານ ແລະ ເງີນບາດ, ເງີນໂດລາ ໄດ້ຈຳນວນໜື່ງ, ນອກນັ້ນ, ກໍຍັງສາດມາດຢຶດອາວຸດເສີກ ເຊີ່ງມີປືນ 12 ກະບອກ, ລູກປືນ 105 ລູກ, ໜາກແຕກ 2 ໜ່ວຍ ແລະປືນດັດແປງ 25 ກະບອກ, ພ້ອມດ້ວຍລູກ
ໃນພິທີຄັ້ງນີ້ ທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າແຂວງຈຳປາສັກ ກໍໄດ້ໃຫ້ກຽດໂອລົມ. ກອນອືນໜົດທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັນ, ຄະນະບັນຊາປກສ ທຸກຂັ້ນທັງແຂວງ ແລະ ເມືອງທີ່ຍາດມາໄດ້ໃນສົກປີທີ່ຜ່ານມາ ພ້ອມນີ້ກໍ່ໄດ້ເນັ້ນໃຫ້ຄະນະພັກ, ອົງການປົກຄອງທຸກຂັ້ນ, ທຸກພາກສວນເອົາໃຈໃສ່ເພີ່ມທະວີຕໍ່ວຽກງານໂຄສະນາ-ສືກສາອົບຮົມໃຫ່ສັງຄົມ ແລະ ປວງຊົນໂດຍສະເພາະແມ່ນຊາວໜຸ່ມໄວໜຸ່ມນັກຮຽນນັກສືກສາໄດ້ຮັບຮູ້ ແລະ ເຂົ້າຕໍ່ຄວາມອັນຕະລາຍ ແລະ ຜົນຮ້າຍຂອງຢາເສບຕິດ ທຸກປະເພດຕໍ່ບຸກຄົນ, ຄອບຄົວ ແລະ ສັງຄົມນຳອີກດ້ວຍ.
ທີມຂ່າວ ຖວທ ແຂວງຈຳປາສັກ
Editor: ກຳປານາດ ລັດຖະເຮົ້າ