ໃນປັນຈຸບັນນີ້ ຢາເສບຕິດເປັນໄພອັນຕະລາຍອັນດັບ1 ຕໍ່ມວນມະນຸດທົ່ວໂລກ ສາມາດເວົ້າໄດ້ວ່າ ມັນມີສະມັດຕະພາບທຳລາຍລ້າງສູງ ທີ່ຮ້າຍແຮງກວ່າລະເບີດປະລະມະນູນ ເຊີ່ງສົ່ງຜົນສະທ້ອນອັນໃຫຍ່ຫຼວງຕໍ່ຄວາມສະຫງົບ ຄວາມໜັ້ນຄົງຂອງລະບົບການເມືອງ ກໍ່ຄືການພັດທະນາເສດຖະກິດ-ສັງຄົມຂອງຊາດ. ດັ່ງນັ້ນ ທິດຜ່ານມານີ້ ຢູ່ທີເດີນສູນປີ່ວປົວສຸຂະພາບ ຝືກວິຊາຊີບ ຜູ້ຕິດຢາເສບຕິດໜອງດົງ ໄດ້ຈັດພິທີຈູດ-ທຳລາຍຢາເສບຕິດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຕ້ານຢາເສບຕິດແຫ່ງຊາດຄົບຮອບ 16 ປີ, ພາຍໃຕ້ການເຂົ້າຮ່ວມຂອງ ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງ ບໍລິຄຳໄຊ, ທ່ານ ພັນເອກ ທອງໃບ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ແຂວງ ມີບັນດາຕ່າງໜ້າຈາກພະແນກການ-ກົມກອງອົງການຈັດຕັ້ງຂັ້ນຕ່າງໆທົ່ວສັງຄົມເຂົ້າຮ່ວມ.
ໃນພິທີ ທ່ານ ພັນໂທ ບົວເຄືອ ລັດຕະນະວົງສາ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຂື້ນຜ່ານ ບົດສະຫຼຸບ ການເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດສົກປີ 2016-2017 ສະເພາະຢູ່ແຂວງບໍລິຄໍາໄຊ ກໍ່ມີກຸ່ມຄົນບໍ່ດີຈໍານວນໜື່ງ ລັກລອບຄ້າ-ຂາຍ ຢາເສບຕິດເປັນລາຍຍ່ອຍ ສວ່ນຫຼາຍແມ່ນປະເພດຢາບ່າ ຮອງລົງມາແມ່ນ ເຮໂລອິນ, ກັນຊາ ແລະ ຢາໄອສ ເພື່ອຫວັງປະໂຫຍດສ່ວນຕົວ ໂດຍບໍ່ຄຳນື່ງເຖິງອານາຄົດຂອງຊາດ ເບື່ອເມົາຊາວໜຸ່ມ-ໄວໜຸ່ມນັກຮຽນ-ນັກສຶກສາພະນັກງານມທະຫານຕຳຫຼວດມກຳມະກອນ ແລະ ພໍ່ແມ່ປະຊາຊົນ ຜູ້ທີຮູ້ບໍ່ເທົ່າເຖິງການຈຳນວນໜື່ງ ມົ້ວສຸມ-ຢາເສບຕິດ ເຊີ່ງສາເຫດກໍໃຫ້ເກີດປະກົດການຫຍໍ້ທໍ້ໃນຄອບຄົວ ກໍ່ຄືໃນສັງຄົມທົ່ວໄປເຊັ່ນ ການປຸ້ນຈີ້-ຊິງຊັບ, ຂີ້ລັກງັດແງະ, ອາລະວາດຕີກັນໃຄາດຕະກຳ ແລະ ອື້ນໆ.
ໃນໄລຍະ 1 ປີ ຜ່ານມາມີຄະດີເກີດຂື້ນທັງໝົດ 159 ເລື່ອງ, ມີຜູ້ຖືກຫາ 221 ຄົນ, ຍິງ 40 ຄົນ, ຄົນຕ່າງປະເທດ 7 ຄົນ, ຄົນໄທ 5 ຄົນ, ຍິງ 1 ຄົນ, ແລະ ຄົນຫວຽດນາມ 2 ຄົນ ຄະດີປູກກັນຊາ 2 ເລື່ອງ, ຜູ້ຖືກຫາ 2 ຄົນ, ຍິງ 1 ຄົນ ຄະດີຄ້າ-ຂາຍກັນຊາ 11 ເລື່ອງ, ຜູ້ຖືກຫາ 14 ຄົນ, ຍິງ 1 ຄົນ ຄະດີຄ້າ-ຂາຍເຮໂຣອິນ 2 ເລື່ອງ, ຜູ້ຖືກຫາ 7 ຄົນ, ຄະດີຄ້າ-ຂາຍຝິ່ນ 1 ເລື່ອງ, ຜູ້ຖືກຫາ 2 ຄົນ, ຍິງ 2 ຄົນ ຂອງກາງທີ່ຢືດໄດ້ມີ ຢາບ້າ 5 ແສນ 94 ພັນກວ່າເມັດ ,ເຮໂຣອິນ 28 ກິໂລກາມ, ກັນຊາ 6 ພັນ 200 ກວ່າກິໂລກາມ, ລົດໃຫຍ່ 18 ຄັນ, ລົດຈັກ 29 ຄັນ,ເຮືອ 3 ລຳ,ຈັກຫາງຍາວ 3 ເຄື່ອງ,ປືນສັ້ນ 3 ກະບອກ, ລະເບີດ 4 ໜ່ວຍ, ທາດລະເບີດ 1,5 ກິໂລກາມ ແລະ ທຳລາຍສວນປູກກັນຊາໄດ້ 22 ສວນ, ໃນເນື້ອທີ 14 ກວ່າເຮັກຕ່າ.
ຫຼັງຈາກນັ້ນ ບັນດາແຂກທີເຂົ້າຮ່ວມ ໃນພິທີຍັງໄດ້ພ້ອມກັນ ຈູດ-ທໍາລາຍຢາເສບຕິດຈຳນວນດັ່ງກ່າວ ເຊີ່ງຢາເສບຕິດປະເພດຕ່າງໆ ທີ່ນຳມາຈູດໃນຄັ້ງນີ້ ປະກອບມີກັນຊາ 4 ພັນ 700 ກວ່າກິໂລກາມ, ຢາບ້າ 4 ແສນ 87 ພັນກວ່າເມັດ, ເຮໂຣອິນ 36 ກິໂລກາມ, ຢາຝິ່ນ 3 ຂີດທັງ ກໍ່ເພື່ອເປັນການສະແດງໃຫ້ເຫັນເຖິງ ການທຸ້ມເທຄວາມສາມາດ ຂອງກຳລັງປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີກ້ຽວຂ້ອງຕ່າງໆ ທີ່ມີສ່ວນຮ່ວມໃນການກັກຢືດ ຈາກກຸ້ມຄົນບໍ່ດີ ທີ່ມີການເຄື່ອນໄຫວຄ້າ-ຂາຍ ຂົນສົ່ງຢາເສບຕິດປະເພດຕ່າງໆ ໃນພື້ນທີ ແຂວງບໍລິຄຳໄຊ ນອກຈາກນີ້ກໍ່ເປັນການປູກຈີດສຳນຶກ-ປຸກລະດົມ ໃຫ້ຄົນໃນທົ່ວສັງຄົມມີຄວາມຕື່ນຕົວ ແລະ ສະໝັກໃຈເຂົ້າ ຮ່ວມ ໃນການຕ້ານ ແລະ ສະກັດກັ້ນຢາເສບຕິດປະເພດຕ່າງໆ ໃຫ້ຫຼຸດໜ້ອຍຖ້ອຍລົງ ແລະ ໝົດໄປໃນທີສຸດ.
ທີມຂ່າວ ແຂວງບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ