ເມື່ອບໍ່ດົນມານີ້ ຄະນະຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງຄຳ ໄດ້ຈັດພິທີຕິດຕັ້ງຊິງກາງ ຂື້ນທີ່ຕະຫຼາດ ບ້ານໃຫຍ່ນາຍອງ, ເມືອງຄຳ ແຂວງຊຽງຂວາງ ຢ່າງເປັນ ທາງການ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສິງຄຳ ພານຸວົງ ຮອງຫົວໜ້າຫ້ອງການບໍລິຫານ ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ມີ ທ່ານ ສົມຈິດ ສີດາລາ ກຳມະການພັກເມືອງ ຫົວໜ້າຫ້ອງວ່າການປົກຄອງເມືອງຄຳ ແລະ ທ່ານ ຈັນທາ ອຸດຕະມະ ຫົວໜ້າຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງ, ມີຫົວໜ້າ, ຮອງຫົວໜ້າ, ພະນັກງານລັດຖະກອນຫ້ອງການທີ່ກ່ຽວຂ້ອງພ້ອມດ້ວຍ ແມ່ຄ້າຊາວຂາຍເຂົ້າຮ່ວມຢ່າງພ້ອມພຽງ.
ຈາກນັ້ນ ທ່ານ ຈັນທາ ອຸດຕະມະ ຫົວໜ້າຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງ ໄດ້ຂື້ນກ່າວເປີດພິທີການເປີດຕິດຕັ້ງຕາຊິງ ໃຫ້ຮູ້ວ່າ: ໃນການຕິດຕັ້ງຕາຊິງໃນຄັ້ງນີ້ກໍ່ ເພື່ອປະຕິບັດຕາມແຜນຍຸດທະສາດກໍ່ຄືມະຕິກອງປະຊຸມໃຫຍ່ຄັ້ງທີ່ 10 ຂອງອົງຄະນະພັກເມືອງນຳມາເປັນແຜນກໍ່ຄືໂຄງການ ຢ່າງລະອຽດໃນການຈັດຕັ້ງປະຕິບັດແຜນປະຈຳປີ, ປະຈໍາເດືອນ ແລະ ປະຈໍາອາທິດ ທັງນີ້ກໍ່ເພື່ອເຮັດໃຫ້ ໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ນັ້ນໄດ້ຮັບຜົນສຳເລັດ, ເຊິ່ງໃນໄລຍະຜ່ານມາຫ້ອງການວິທະຍາສາດ ແລະ ເຕັກໂນ່ໂລຊີ ກໍ່ຍັງໄດ້ລົງຕິດຕາມກວດກາຂື້ນຕາຊິງຊັ່ງຕາມຕະຫຼາດ, ຮ້ານຄ້າລຽບຕາມເສັ້ນທາງຕ່າໆໄດ້ 370 ໜ່ວຍ, ຍຶດຊິງທີ່ບໍ່ໄດ້ມາດຖານດັດແປງຕ່າງໆໄດ້ 15 ໜ່ວຍ ສາມາດສ້າງລາຍຮັບ ເຂົ້າຫງົບປະມານໄດ້ເຖິງ 4.060.000 ກີບ, ພ້ອມທັງເປັນການເສີມສ້າງຄວາມຍຸຕິທຳ, ຄວາມສະຫງົບໃຫ້ ແກ່ຜູ້ບໍລິໂພກ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ. ພ້ອມນັ້ນ ກໍ່ຍັງໄດ້ມອບຕາຊິງດັ່ງກ່າວໃຫ້ແກ່ອຳນາດການປົກຄອງ ແລະ ຜູ້ຈັດສັນຕະຫຼາດເປັນຜູ້ຄຸ້ມຄອງ ແລະ ນຳໃຊ້.
ໃນຕອນທ້າຍ ທ່ານ ສິງຄໍາ ພານຸວົງ ຮອງຫົວໜ້າຫ້ອງການບໍລິຫານພະແນກວິທະຍາສາດ ແລະ ເຕັກໂນ່ໂລຊີແຂວງ ກໍ່ຍັງໄດ້ໃຫ້ກຽດຂື້ນໂອ້ລົມໃຫ້ຄໍາຄິດຄໍາເຫັນກ່ອນອື່ນໝົດທ່ານຍັງໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໄດ້ຈັດຕັ້ງປະຕິບັດ ແລະ ພ້ອມນີ້ກໍ່ຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນໃນການຕິດຕັ້ງຕາຊິງກາງໃນຄັ້ງນີ້, ພ້ອມທັງໃຫ້ທິດຊີນຳແກ່ຄະນະຫ້ອງການວິທະຍາສາດ ແລະ ເຕັກໂນ່ໂລຊີ ແລະ ແມ່ຄ້າຊາວຂາຍຈົ່ງພ້ອມກັນສຸມໃສ່ແກ້ໄຂຄວາມຍຸຕິທຳ, ປະກົດການຫຍໍ້ທໍ້ຢູ່ໃນສັງຄົມໃຫ້ເລິກເຊິ່ງຂື້ນກວ່າເກົ່າ. ຫຼັງຈາກນັ້ນ ຄະນະ ແລະ ຜູ້ແທນໃນພິທີກໍ່ໄດ້ລົງກວດກາຕິດຕັ້ງຕາຊິງຕາມຮ່າງຮ້ານຕ່າງໆຕື່ມອີກ.
ທີມຂ່າວ ຖວທ ເມືອງຄໍາ
Editor: ກຳປານາດ ລັດຖະເຮົ້າ