ໃນລະຫວ່າງວັນທີ່ 11-13 ຕຸລາ 2017 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມ ໂຮງແຮມຄຳປະເສີດ ເມືອງວັງວຽງ, ແຂວງວຽງຈັນ. ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ສື່ສານ ໄດ້ເປີດຊຸດຝຶກອົບຮົມກ່ຽວກັບການຮຽນຮູ້ຄວາມເປັນຜູ້ນຳຊຸດທີ 5 ຂື້ນ, ໂດຍການເຂ້າຮ່ວມເປັນປະທານຂອງ ທ່ານ ສິງທະວອນ ດາລາວົງ ຄະນະພັກ, ຫົວຫນ້າຫ້ອງການກະຊວງພາຍໃນ ແລະ ທ່ານນາງ ວັນນາ ພົມມະວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມທັງມີພະນັກງານຂັ້ນພະແນກຂອງບັນດາກົມ/ທຽບເທົ່າ ແລະ ພະແນກ ປທສ ໃນ 3 ແຂວງເຂົ້າຮ່ວມ.
ໃນພິທີ ທ່ານນາງ ວັນນາ ພົມມະວົງ ຮອງຫົວຫນ້າກົມຈັດຕັ້ງ-ພະນັກງານ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ໃຫ້ກຽດກ່າວເປີດພິທີຊຸດຝຶກອົບຮົມກ່ຽວກັບການຮຽນຮູ້ຄວາມເປັນຜູ້ນຳຊຸດທີ 5 ເຊີ່ງທ່ານໄດ້ຍົກໃຫ້ເຫັນວ່າ: ການພັດທະນາ ແລະ ການຍົກສູງລະດັບຄວາມຮູ້ຄວາມສາມາດ ໃຫ້ພະນັກງານນຳພາຄຸ້ມຄອງສຶບທອດປ່ຽນແທນຂັ້ນຕ່າງໆ ທີ່ເປັນເສນາທິການຊ່ວຍຂັ້ນເທິງ ໃນການຄົ້ນຄວ້າ ແລະ ຜັນຂະຫຍາຍແນວທາງນະໂຍບາຍພັກ-ລັດ ໂດຍຖືເປັນວຽກຫນຶ່ງທີ່ມີຄວາມສຳຄັນ ແລະ ຈຳເປັນຕ້ອງໄດ້ຮັບຮູ້ແລະເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການເປັນຜູ້ນຳຫຼືຜູ້ບໍລິຫານທີ່ດີ, ຮຽນຮູ້ປະສົບການໃນການເຮັດວຽກເພື່ອສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້ຄວາມສາມາດ, ສາມາດນຳພາໜ່ວຍງານ ແລະ ການສ້າງທີມງານໃຫ້ມີປະສິດທິພາບດ້ວຍການໝູນໃຊ້ວິໃສທັດຮ່ວມກັນ, ການວາງແຜນວຽກ, ການຄຸ້ມຄອງ, ການປະກອບສ່ວນເຂົ້າໃນໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໃຫ້ມີຄວາມສະດວກວ່ອງໄວ ທັນກັບສະພາບຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃນໄລຍະໃໝ່.
ການຝຶກອົບຮົມການຮຽນຮູ້ຄວາມເປັນຜູ້ນໍາຄັ້ງນີ້ ແບ່ງອອກເປັນ 3 ວັນ ມີຫົວຂໍ້ດັ່ງນີ້:
- ການຮັບຮູ້ ແລະ ການພັດທະນາຕົນເອງ,
- ການສ້າງທີມງານໃຫ້ມີປະສິດທິພາບຄ່ານິຍົມ ແລະ ຈັນຍາບັນ,
- ການວິເຄາະໂດຍນຳໃຊ້ ແລະ ການມີວິໃສທັດ.
ຕອນທ້າຍ ທ່ານຍັງຮຽກຮ້ອງໃຫ້ນັກຝຶກອົບຮົມທັງໝົດຈົ່ງມີຄວາມຮັບຜິດຊອບສູງແລະເອົາໃຈໃສໃນການຄົ້ນຄ້ວາບັນດາເອກະສານ ຮັບຟັງການບັນລະຍາຍຂອງຄູຝຶກ ແລະ ແລກປ່ຽນຄຳຄິດຄຳເຫັນຈາກນັກຝຶກອົບຮົມດ້ວຍກັນ ພວກເຮົາເປັນພະນັກງານນຳພາຄຸ້ມຄອງ ແລະ ສືບທອດປ່ຽນແທນ ຕ້ອງກ້າສະແດງປະກອບຄຳເຫັນເພື່ອເຮັດໃຫ້ການຝຶກອົບຮົມມີບັນຍາກາດຟົດຟື້ນ ແລະ ສຳເລັດຕາມລະດັບຄາດຫມາຍທີ່ກຳນົດໄວ້
ທີມຂ່າວ ຫ້ອງການ ຖວທ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ