ພິທີຖະແຫຼງຂ່າວຊຶ່ງໄດ້ຈັດຂຶ້ນໃນວັນທີ 12 ຕຸລາ ທີ່ຜ່ານມາ ທີ່ສະມາຄົມນັກຂ່າວແຫ່ງ ສປປ ລາວ ການຈັດງານຕະຫຼາດນັດ ປະຈຳປີ 2017 ເພື່ອຊ່ວຍເຫຼືອສັງຄົມ ຂອງກຸ່ມແມ່ຍິງສາກົນ ໂດຍມີ ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ມີບັນດາກຸ່ມແມ່ຍິງສາກົນ ແລະ ສື່ມວນຊົນເຂົ້າຮ່ວມ.
ງານຕະຫຼາດນັດ ປະຈໍາປີ 2017 ເພື່ອຊ່ວຍເຫຼືອສັງຄົມ ຂອງກຸ່ມແມ່ຍິງສາກົນ ແມ່ນຈະໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2017 ໃນມໍ່ໆນີ້. ເຊິ່ງສະຖານທີ່ຈັດງານຕະຫຼາດນັດແມ່ນ ຢູ່ມະຫາ ວິທະຍາໄລແຫ່ງຊາດ, ຄະນະວິສະວະກຳສາດ, ໂສກປ່າຫຼວງ, ນະຄອນຫຼວງວຽງຈັນ, ເຊິ່ງຈະເລີ່ມນັບແຕ່ເວລາ 10 ໂມງເຊົ້າ ຈົນເຖິງ 5 ໂມງແລງ, ພາຍໃນງານແມ່ນຈະເນັ້ນແບບຄອບຄົວ ແລະ ພົບປະແລກປ່ຽນກັບໝູ່ເພື່ອນຈາກຊຸມຊົນ ລະຫວ່າງ ຄົນລາວ ກັບ ຄົນຕ່າງປະເທດ. ໃນງານແມ່ນມີຮ້ານຄ້າປະມານ 200 ຮ້ານ, ທີ່ເຕັມໄປດ້ວຍຫັດຖະກຳຈາກຮ້ານຄ້າຫຼາຍໆຮ້ານ ແລະ ວິສາຫະກິດເພື່ອສັງຄົມ.
ນອກຈາກນີ້, ຍັງມີການສະແດງສົດເທິງເວທີຈາກບັນດາໂຮງຮຽນ, ກຸ່ມກິດຈະກໍາ ແລະ ນັກຮ້ອງ, ນັກສະແດງ ນອກຈາກນັ້ນຍັງ ມີການຈັບສະຫຼາກພ້ອມກັບລາງວັນຈາກບັນດາຮ້ານຄ້າ, ໂຮງແຮມ, ທຸລະກິດ ແລະ ອີກມູມໜຶ່ງຂອງການໃຫ້ຄວາມສຸກຄວາມບັນເທິງໃນການສະແດງຈາກນ້ອງນ້ອຍນັກຮຽນ ແລະ ການຫຼິ້ນກຽມສຳລັບໄວໜຸ່ມ ແລະ ຜູ້ໃຫຍ່ນຳອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ