ເນື່ອງໃນໂອກາດວັນແຫ່ງຊາດ ຕ້ານຢາເສບຕິດວັນທີ 12 ຕຸລາ ຄົບຮອບ 16 ປີ ທີ່ແຂວງອັດຕະປື ໄດ້ທຳລາຍຢາເສບຕິດປະເພດເຣໂລອິນ 1 ແທ່ງ, ນໍ້າໜັກ 360 ກຣາມ, ຢາບ້າຈຳນວນ 144.819 ເມັດ, ນໍ້າໜັກ 13,250 ກິໂລກຣາມ, ໂດຍມີ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະນໍາແຂວງ ແລະ ພະນັກງານອອ້ມຂ້າງເຂົ້າຮ່ວມ.
ແຂວງອັດຕະປື ເປັນອີກແຂວງໜື່ງ ທີ່ສະພາບການເສບ ແລະ ຄ້າຂາຍຢາເສບຕິດ ມີລັກສະນະພົ້ນເດັ່ນ ແລະ ແຜ່ລາມຢ່າງໄວວາ ນັບທັງຕົວເມືອງຮອດຊົນນະບົດ ເຂດຫ່າງໄກສອກຫຼີກ ສ່ວນຫຼາຍແມ່ນ ຢາບ້າ 97% ແລະ ອີີກ 3% ແມ່ນຢາໄອສ ແລະ ເຮໂຣອິນ ເຊິ່ງທຽບໃສ່ປີຜ່ານມາ ແມ່ນມີລັກສະນະເພີ່ມຂື້ນ.
ໃນ 1 ປີ ທີ່ຜ່ານມາ ເຈົ້າໜ້າທີ່ສາມາດທັບມ້າງ ຄະດີຢາເສບຕິດ ໄດ້ຫລາຍຄະດີ, ສາມາດ ກັກຕົວຜູ້ກະທໍາຜິດໄດ້ ທັງຄົນລາວ ແລະ ຕ່າງປະເທດ ສາສາມດຍືດຂອງກາງ ໄດ້ຈໍານວນໜຶ່ງ ແລະ ເງິນກີບໄດ້ 294 ລ້ານ 3 ແສນກວ່າກີບ, ເງິນບາດ 5 ມື່ນ 4 ພັນ 4 ຮ້ອຍກວ່າບາດ, ເງິນໂດລາ ແລະ ເງິນດົ້ງ ອີກຈໍານວນໜື່ງ.
ຢູ່ທີ່ແຂວງຈຳປາສັກ ກໍໄດ້ມີການ ຈັດພິທີຈູດທຳລາຍຢາເສບຕິດ ປະເພດຕ່າງໆ ຈໍານວນຫລາຍ ເຊິ່ງເຈົ້າໜ້າທີ່ກັກຢຶດໄດ້ຈາກກຸ່ມຄົນບໍ່ດີ ທີ່ນຳມາເຄື່ອນໄຫວຈຳໜ່າຍ ແລະ ຊື້-ຂາຍ ຢູ່ແຂວງຈຳປາສັກ.
Editor: ກຳປານາດ ລັດຖະເຮົ້າ