ວັນທີ 11 ຕຸລາ 2017 ຜ່ານມາ ອົງການກາແດງລາວ ມອບເຄື່ອງຊ່ວຍເຫຼືອເມືອງຊະນະສົມບູນ ແຂວງຈຳປາສັກ ໃນມູນຄ່າ 17.780.000 ກີບ ໃຫ້ພໍ່ແມ່ປະຊາຊົນ 3 ບ້ານ, ລວມມີ 80 ຄອບຄົວ ທີ່ໄດ້ຮັບຜົນກະທົບໄພພິບັດນ້ຳຖ້ວມ ຈາກອິດທິພົນລົມພາຍຸ( ໂຊນກາ) ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ ການມອບ-ຮັບເຄື່ອງຊ່ວຍເຫລືອໃນຄັ້ງນີ້ ໃຫ້ກຽດກ່າວຮັບຂອງທ່ານ ຂາວພອນ ສີຍາທະຈັນ ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງໆຊະນະສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ພິທີມອບ-ຮັບແມ່ນໄດ້ຈັດຂື້ນຢູ່ທີ່ຫ້ອງການກຸ່ມບ້ານ ໂດຍມີປະຊາຊົນ ຈຳນວນ 80 ຄອບຄົວ ຮ່ວມຮັບເຄື່ອງໃນຄັ້ງນີ້, ປະກອບມີ ເຄື່ອງອຸປະໂພກ ແລະ ບໍລິໂພກ. ນອກຈາກນັ້ນ ອົງການກາແດງລາວ ຍັງຈະໄດ້ສຶບຕໍ່ເດີນທາງໄປມອບເຄື່ອງແກ່ 2 ບ້ານ, ໃນເມືອງກະລືມ, ແຂວງເຊກອງ ແລະ 5 ບ້ານ ທີ່ເມືອງພູວົງ, ແຂວງອັດຕະປື.
Editor: ກຳປານາດ ລັດຖະເຮົ້າ