ສູນເລືອດແຫ່ງຊາດ, ອົງການກາແດງລາວ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍສູນກາງແນວລາງສ້າງຊາດ ໄດ້ຈັດກິດຈະກຳບໍລິຈາກເລຶອດຂື້ນ ທີ່ສູນເລືອດແຫ່ງຊາດ ນະຄອນຫລວງວຽງຈັນ, ເປັນເວລາ 2 ວັນ ລະຫວ່າງວັນທີ 11-12 ຕຸລາ 2017 ເພື່ອເປັນການຕ້ອນຮັບວັນປະກາດເອກະລາດ 12 ຕຸລາ ຢ່າງເປັນຂະບວນຟົດຟື້ນ.
ໃນພິທີເປີດຂະບວນການຄັ້ງນີ້ ເຂົ້າຮ່ວມເປັນປະທານເປີດພິທີ ມີ ທ່ານ ຮອງສາດສະດາຈານ ດຣ. ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ, ເຂົ້າຮ່ວມ ມີຮອງປະທານອົງການກາແດງລາວ, ມີຫົວຫນ້າ-ຮອງຫົວຫນ້າ ສູນເລຶອດແຫ່ງຊາດ, ພ້ອມດ້ວຍພາກສ່ວນຕ່າງໆ ທີ່ມາຈາກອົງການຈັດຕັ້ງມະຫາຊົນ, ຫົວຫນ່ວຍທຸລະກິດ ທີ່ໃຫ້ການສະຫນັບສະຫນູນ ແກ່ຂະບວນການ ຄັ້ງນີ້.
ກິດຈະກຳບໍລິຈາກເລຶດ ຄັ້ງນີ້ ພາຍໃຕ້ຄໍາຂວັນທີ່ວ່າ: ( ບໍລິຈາກເລຶອດ ແມ່ນຮັກຊາດ ແລະ ພັດທະນາ ) ເຊີ່ງເປັນກິດຈະກໍາຫນຶ່ງ ຈັດຂື້ນເພື່ອແນໃສ່ສ້າງຈິດສໍານຶກໃຫ້ແກ່ຊັ້ນຄົນຕ່າງໆໃນສັງຄົມ, ເຫັນໄດ້ເຖິງຄວາມຫມາຍ-ຄວາມສໍາຄັນ ຂອງພັກ-ຂອງຊາດ ໃນແຕ່ລະໄລຍະ, ແລະ ຍັງຕິດພັນກັບຂະບວນການມະນຸດສະທຳ ຂອງພັກ-ລັດ, ເວົ້າລວມ-ເວົ້າສະເພາະ ຄືການປະກອບສ່ວນສ້າງບຸນກຸສົນ ດ້ວຍການບໍລິຈາກເລຶອດ ເພື່ອຊ່ວຍກູ້ເອົາຊີວິດ ຜູ້ທີ່ຖືກເຈັບເປັນ ທີ່ນອນຮັກສາຕົວ ທີ່ໂຮງຫມໍແຫ່ງຕ່າງໆ ໃນຂອບເຂດທົ່ວປະເທດ, ໃນໄລຍະຜ່ານມາ ການສ້າງກິດຈະກຳລັກສະນະນີ້ແມ່ນມີຫລາຍຄັ້ງ ແລະ ໃນແຕ່ລະຄັ້ງ ກໍ່ມີການຈັດຕັ້ງ, ບຸກຄົນ-ນິຕິບຸກຄົນຈາກຫລາຍພາກສ່ວນເຂົ້າຮ່ວມ ຢ່າງເປັນຂະບວນຟົດຟື້ນ ເຊີ່ງສາມາດເຈາະກັບເລືອດໄດ້ ເປັນຈຳນວນຫລວງຫລາຍພໍສົມຄວນ ແລະ ເລຶອດດັ່ງກ່າວ ແມ່ນໄດ້ຊ່ວຍກອບກູ້ເອົາຊີວິດ ຂອງຄົນເຈັບ ຢູ່ຕາມໂຮງຫມໍ ແຫ່ງຕ່າງໆ ໄດ້ຫລາຍຊີວິດມາແລ້ວ.
ກິດຈະກຳບໍລິຈາກເລຶອດແບບເປີດກວ້າງແມ່ນວິທີຫນຶ່ງ ເຮັດໃຫ້ຊັ້ນຄົນຕ່າງໆ ໄດ້ມີສ່ວນຮ່ວມ ທັງເປັນການສ້າງບຸນກຸສົນ ໃນວັນສຳຄັນ ຂອງພັກ-ຂອງຊາດ ອີກດ້ວຍ. ສຳລັບກິດຈະກຳບໍລິຈາກເລຶອດ ຕ້ອນຮັບວັນປະກາດເອກະລາດ 12 ຕຸລາ ແມ່ນດຳເນີນ 2 ວັນ ຄື ໃນວັນທີ 11-12 ຕຸລາ ນີ້, ທັງນີ້ຍັງເປັນການເປີດໂອກາດ ໃຫ້ຫລາຍພາກສ່ວນເຂົ້າມາຮ່ວມ ແລະ ສະຫນັບສະຫນູນ ການສ້າງຂະບວນການບໍລິຈາກເລຶອດ ພາຍໃຕ້ຄໍາຂວັນ: ບໍລິຈາກເລຶອດ ແມ່ນຮັກຊາດ ແລະ ພັດທະນາ.
Editor: ກຳປານາດ ລັດຖະເຮົ້າ