ໃນເຊົ້າວັນທີ 10 ຕຸລາ 2017 ຜ່ານມາໄດ້ມີການ ເປີດນໍາໃຊ້ອາຄານຕ້າລີ ສູນຈໍາໜ່າຍເຄື່ອງກໍ່ສ້າງ ບໍລິສັດຫີນອ່ອນຕ້າລີ ຢ່າງເປັນທາງການ, ໂດຍມີນັກທຸລະກິດ ແລະ ແຂກທີ່ຖືກເຊີນຈາກຫລາຍພາກສ່ວນເຂົ້າຮ່ວມສະແດງຄວາມຍີນດີ. ກ່າວເປີດອານຄານຢ່າງເປັນເປັນທາງການ ໂດຍແມ່ນ ທ່ານ ຈ່ຽງ ສ່ຽງ ມຽວ ປະທານບໍລິສັດ ຫີນອ່ອນຕ້າລີ ຊຶ່ງທ່ານໄດ້ກ່າວວ່າ: ສໍາລັບອາຄານຫລັງໃຫມ່ນີ້ສ້າງຂື້ນຕາມການພັດທະນາຂອງເສດຖະກິດ - ສັງຄົມ, ທີ່ມີຄວາມຕ້ອງການ ທີ່ ຍາກເລືອກຊື້ ແລະ ເລືອກໃຊ້ຫລາຍຂື້ນ, ສະນັ້ນເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ ທີ່ມີການພັດທະນາຢ່າງຕໍ່ເນື່ອງ ບໍລິສັດ ຫີນອ່ອນຕ້າລີ ຈຶ່ງໄດ້ ສ້າງອາຄານໃຫມ່ ທີ່ໃຫຍ່ກວ່າເກົ່າ ຂື້ນ ເພື່ອເປັນສູນຈຳຫນ່າຍຫິນອ່ອນ ທີ່ໃຫຍ່ ແລະ ຄົບວົງຈອນ ແລະ ໄດ້ເປີດນໍາໃຊ້ຢ່າງເປັນທາງການແລ້ວ, ໃນປະຈຸບັນ ພ້ອມກັບການນໍາເອົາສີ້ນຄ້າໃຫມ່ ຫຼາກຫລາຍຊະນິດມາໃຫ້ລູກຄ້າໄດ້ເລືອກຊື້ຢ່າງເພິ່ງພໍໃຈ ບໍ່ວ່າຈະເປັນ ວັດສະດຸກໍ່ສ້າງ, ສຸຂະພັນ, ເຄື່ອງຕົບແຕ່ງຄົບວົງຈອນ ເຊັ່ນ: ຫີນແກຣນນິດ ທີ່ນໍາເຂົ້າຈາກ 100 ປະເທດທົ່ວໂລກ, ວໍເປເປີ້ ທີ່ມີຫລາຍລວດລາຍໃຫ້ເລືອກ, ຜ້າກັງ ຄຸນນະພາບດີ ຫລາຍລະດັບ, ດອກໄຟປະດັບອາຄານ ຫລື ເຮືອນ ທຸກລຸ້ນ ທຸກຂະຫນາດ, ວົງກົບ-ບານປະຕູສໍາເລັດຮູບ ພ້ອມດ້ວຍເຄື່ອງຕົບແຕ່ງບ້ານອື່ນໆອີກຫລາກຫລາຍ.
ພິເສດ ເນື່ອງໃນໂອກາດເປີດອາຄານໃຫມ່ນີ້ ເພື່ອເປັນການຄືນກໍາໄລໃຫ້ແກ່ລູກຄ້າ ທາງບໍລິສັດຫີນອ່່ອນຕ້າລີ ມີໂປໂມຊັ້ນສຸດພິເສດ ສໍາລັບລູກຄ້າທ່ານໃດທີ່ຊື້ສີນຄ້າຄົບ 5 ລ້ານກີບ ຂື້ນໄປ ຈະໄດ້ຮັບຄູປອງລຸ້ນຮັບລາງວັນ ເຊັ່ນ: ຊັກໂຄກເຊັ່ນເຊີ້ ມູນຄ່າ 6.880.000 ກີບ, ຕຽງນອນ ມູນຄ່າ 5.880.000, ຕູ້ໃສ່ເຄື່ອງ ມູນຄ່າ 2.880.000 ກີບ ແລະ ເງີນສົດ 50.000 ກີບ ຫລາຍລາງວັນ ຫາ 500.000 ກີບ ນອກນັ້ນທ່ານຍັງຈະໄດ້ຮັບສ່ວນຫຼຸດ 10 - 30 ສວ່ນຮ້ອຍ ອີກດ້ວຍ.
ສຳລັບທີ່ຕັ້ງສະຖານທີ່ແມ່ນຕັ້ງຢູ່ ຖະໜົນໄກສອນພົມວິຫານ ບ້ານຈອມມະນີ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
Editor: ກຳປານາດ ລັດຖະເຮົ້າ