ໃນວັນທີ 9 ຕຸລາ 2017 ຜ່ານມາ ກຸ່ມບໍລິການທ່ອງທ່ຽວ, ເຮືອນພັກແຮມ, ແລະ ໂຮມສະເຕ ບ້ານພັດທະນາດອນໂຄ, ເມືອງຊະນະສົມບູນ ແຂວງຈຳປາສັກ ໄດ້ຮັບການຝຶກອົບຮົມກ່ຽວກັບທັກສະການນຳໃຊ້ພາສາອັງກິດ ຂັ້ນພື້ນຖານ ເພື່ອບໍລິການແກ່ນັກທ່ອງທ່ຽວ ນັບມື້ນັບຫລາຍຂື້ນ ເຊີ່ງໃຫ້ກຽດເປັນປະທານກ່າວໄຂພິທີຂອງ ທ່ານນາງ ມາລາ ຈັນທະລາມ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈຳປາສັກ, ຫົວໜ້າໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ແຂວງຈຳປາສັກ.
ມີນັກສຳມະນາກອນ 20 ກວ່າທ່ານ, ການອົບຮົມຄັ້ງນີ້ ແມ່ນຈະໄດ້ດຳເນີນ ໄປຈົນເຖິງວັນທີ 15 ຕຸລາ ຈິ່ງຈະໄດ້ປິດລົງ.
Editor: ກຳປານາດ ລັດຖະເຮົ້າ